ກອງປະຊຸມສໍາມະນາ ແນໃສ່ສະໜອງບັນດາຂໍ້ມູນສໍາຄັນໃຫ້ນັກລົງທຶນກ່ຽວກັບກາລະໂອກາດການລົງທຶນ ເພື່ອເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢູ່ຫວຽດນາມ, ບັນດາຂໍ້ມູນກ່ຽວກັບນະໂຍບາຍບຸລິມະສິດ ແລະບັນດາຜົນປະໂຫຍດທີ່ນັກລົງທຶນສາມາດໄດ້ຮັບໃນອະນາຄົດ...

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ບັງເຈົາ.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ຕາງໜ້າກົມສົ່ງເສີມການຄ້າ ໃຫ້ຮູ້ວ່າ, ສໍາລັບບັນດາປະເທດພວມພັດທະນາຄື ຫວຽດນາມ, ລະບົບມູນຄ່າທົ່ວໂລກຊ່ວຍຮັບຜິດຊອບບັນດາຂັ້ນຕອນໃນຕາໜ່າງການຜະລິດ ແລະໝູນໃຊ້ທ່າໄດ້ປຽບດ້ານການຄ້າເທື່ອລະກ້າວ, ຈາກນັ້ນຍູ້ໄວວິວັດການຫັນເປັນປະເທດອຸດສາຫະກຳ. ສໍາລັບບັນດາວິສາຫະກິດ, ເລື່ອງນໍາຜະລິດຕະພັນເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ແມ່ນເພື່ອສ້າງ, ພັດທະນາເຄື່ອງໝາຍການຄ້າ ແລະສ້າງທີ່ຕັ້ງໃນຕະຫຼາດໂລກ.

leftcenterrightdel
 ແຂກມາຢ້ຽມຊົມຢູ່ VIETNAM EXPO 2019. ພາບ: ບັງເຈົາ.

ສາມາດເຫັນໄດ້ວ່າ, ຄວາມສາມາດບົ່ມຊ້ອນໃນການລົງທຶນຜະລິດສິນຄ້າຢູ່ຫວຽດນາມ ແລະເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ເພື່ອພັດທະນາແບບຍືນຍົງແມ່ນໃຫຍ່ທີ່ສຸດ, ສໍາລັບບັນດານັກລົງທຶນພາຍໃນ ແລະຕ່າງປະເທດ, ນີ້ແມ່ນຈຸດເວລາທີ່ເໝາະສົມ ເພື່ອຂຸດຄົ້ນກາລະໂອກາດການລົງທຶນເຂົ້າຂະແໜງອຸດສາຫະກໍາຫວຽດນາມ.

ໂດຍ: ກວຽດເຕິມ