leftcenterrightdel
ເສດຖີເຊື້ອຊາດຫວຽດນາມ ຮວ່າງຈູກ. ພາບ: Le Monde.

VGLF 2019 ຈະສຸມໃສ່ຫົວຂໍ້ “ຍົກລະດັບເຄື່ອງໝາຍການຄ້າຫວຽດນາມ” (Brand Vietnam) ເພື່ອແນໃສ່ຈຸດປະສົງປຸກລຸກກຳລັງຄວາມສາມາດແຫ່ງຊາດ, ນໍາເຄື່ອງໝາຍການຄ້າ ແລະຄຸນຄ່າຫວຽດນາມແກ່ງແຍ້ງໃນເວທີສາກົນ, ພ້ອມທັງສ້າງພື້ນຖານທໍາອິດໃຫ້ເຄືອຂ່າຍຊາວຫວຽດນາມທີ່ມີຜົນສະທ້ອນ (Vietnam Global Leaders Network). ເວທີປາໄສມີການເຂົ້າຮ່ວມຂອງແຂກຖືກເຊີນກິດຕິມະສັກ 200 ຄົນແມ່ນຊາວຫວຽດນາມທີ່ປະສົບຜົນສໍາເລັດ ແລະມີຜົນສະທ້ອນໃນທົ່ວໂລກໃນບັນດາຂົງເຂດທີ່ແຕກຕ່າງກັນ. ລາຍການລວມມີບັນດາລາຍການນຳສະເໜີ ແລະປຶກສາຫາລືລະຫວ່າງບັນດານັກປາຖະກະຖາ ແລະແຂກຖືກເຊີນເຂົ້າຮ່ວມ, ລະຫວ່າງບັນດາວິສາຫະກິດ ແລະບັນດາຄູ່ຮ່ວມມືທີ່ມີແງ່ຫວັງກ່ຽວກັບບັນດາຫົວຂໍ້ໃນການກໍ່ສ້າງເຄື່ອງໝາຍການຄ້າຫວຽດນາມ, ກະສິກໍາ, ການທ່ອງທ່ຽວ, ເຕັກໂນໂລຢີປ່ຽນແປງໃໝ່ ແລະການເຕີບໂຕ, ວັດທະນະທໍາ ແລະຜູ້ຄົນຕ່າງໆ...

ເວທີປາໄສແມ່ນບາດກ້າວເດີນທໍາອິດ ແລະສໍາຄັນໃຫ້ແກ່ຍຸດທະສາດແຫ່ງຊາດໄລຍະຍາວ ເພື່ອດຶງດູດ, ເຊື່ອມຕໍ່ ແລະກໍ່ສ້າງຕາໜ່າງຄວາມປີຊາສາມາດຂອງຊາວຫວຽດນາມ ແລະຄົນທີ່ມີເຊື້ອຊາດຫວຽດນາມໃນທົ່ວໂລກ, ນໍາຫວຽດນາມ ກ້າວຂຶ້ນເສັ້ນທາງພັດທະນາຢ່າງໝັ້ນຄົງເຂັ້ມແຂງໂດຍອີງໃສ່ພູມປັນຍາ ແລະການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

 

ໂດຍ: ເກື່ອງດັ້ງ