ຈຸດສຸມໃນການເຄື່ອນໄຫວປີ 2019 ຂອງຄະນະກໍາມະການ ແມ່ນຍູ້ແຮງບັນດາການເຄື່ອນໄຫວ ແລະວຽກງານສໍາລັບຊາວຫວຽດນາມອາໄສຢູ່ຕ່າງປະເທດໃນສະພາບການໃໝ່; ຫັນວຽກງານໂຄສະນາເຜີຍແຜ່ກ່ຽວກັບແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສະພາບການເສດຖະກິດ-ການເມືອງ-ສັງຄົມພາຍໃນປະເທດ, ບັນດາບັນຫາທີ່ກ່ຽວຂ້ອງເຖິງຊາວຫວຽດນາມອາໄສຢູ່ຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ອໍານວຍຄວາມສະດວກເພື່ອໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດສໍາຜັດກັບຂໍ້ມູນຂ່າວສານທາງການ.

leftcenterrightdel
ການນໍາຄະນະກໍາມະການກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດນະຄອນໂຮ່ຈິມິນ ມອບໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນປີ 2018. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະກໍາມະການກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດນະຄອນໂຮ່ຈິມິນ ຈະກວດກາຄືນ, ອັບເດັດພື້ນຖານຂໍ້ມູນກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ເປັນປະຈຳ ເພື່ອແນໃສ່ຮັບໃຊ້ ແລະເສີມຂະຫຍາຍແຫຼ່ງກໍາລັງຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມການກໍ່ສ້າງນະຄອນ, ກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດຢ່າງມີປະສິດທິຜົນ. ບັນດາຜູ້ແທນກໍໄດ້ແນະນໍາຫຼາຍຮູບແບບເຄື່ອນໄຫວທີ່ສ້າງຄວາມສະໜິດຕິດພັນ, ພົບປະແລກປ່ຽນເປັນປະຈຳກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະຍາດຕິພີ່ນ້ອງ; ເພີ່ມທະວີດຶງດູດຄວາມເອົາໃຈໃສ່, ການເຂົ້າຮ່ວມຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດທີ່ສອດຄ່ອງກັບກົນໄກສະເພາະຂອງນະຄອນໂຮ່ຈິມິນ...

ໂດຍ: ໄຊຊະນະ