leftcenterrightdel
ລົດຈັກໄຟຟ້າ Xyndi (ພາບ:congthuong.vn)

ວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນການຄ້າສາກົນ ຝູສີ  ແລະບໍລິສັດ Powercentric ຈຳກັດ ຮ່ວມກັນຈັດງານເປີດໂຕ ລົດຈັກໄຟຟ້າເຕັກໂນໂລຊີສູງ Xyndi. ຈຸດເດັ່ນຂອງລົດຈັກໄຟຟ້າ Xyndi ແມ່ນນຳໃຊ້ ຖ່ານ Lithium, ເຊິ່ງເປັນຖ່ານທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍມີຊື່ເອີ້ນຖ່ານອັດສະລິຍະນີ້ວ່າ Mopo, ຖ່ານ Mopo ເມື່ອນຳໃຊ້ຈະບໍ່ກໍ່ມົນລະພິດ, ຊ່ວຍປົກປ້ອງສິ່ງແວດລ້ອມ. ທ່ານ ຟ້າມຕ໋ວນແອັງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນການຄ້າ ຝູສີ ໃຫ້ຮູ້ວ່າ:

“ລົດຈັກໄຟຟ້າຄັນໜຶ່ງ ຕ້ອງໃຊ້ໝໍ້ໄຟກາກບອນ ໜັກເຖິງ 35 ກິໂລກຣາມ ແຕ່ລົດຂອງພວກຂ້າພະເຈົ້າໜັກພຽງ 6 ກິໂລກຣາມເທົ່ານັ້ນ, ພາຍຫຼັງ 1 ປີ ລົດເພ ເຊິ່ງໝໍ້ໄຟໄດ້ປ່ອຍກາກບອນສູ່ສະພາບແວດລ້ອມເປັນຈຳນວນຫຼວງຫຼາຍ, ແລ້ວປະລິມານອາຊິດທີ່ອອກສູ່ສິ່ງແວດລ້ອມກໍ່ເປັນຮ້າຍແຮງອີກດ້ວຍ. ເຕັກໂນໂລຊີຖ່ານ  Lithium ຂອງພວກຂ້າພະເຈົ້າ ບໍ່ມີອາຊິດ ແລະສົ່ງຜົນກະທົບຕໍ່ສິ່ງແວດລ້ອມບໍ່ພໍເທົ່າໃດ”.

ແຫຼ່ງຄັດຈາກ: vovworld.vn