ມາຢ້ຽມຢາມສະຫາຍ ເລເຟືອກທໍ້, ອະດີດກຳມະການກົມການເມືອງ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງ, ທ່ານ ເຈືອງຮວ່າບິ່ງ ໄດ້ຢ້ຽມຢາມຖາມຂ່າວ ແລະລາຍງານກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງປະເທດໃນປີ 2018. ພາຍໃຕ້ການນຳພາຂອງພັກ, ລັດ, ຄວາມຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງຂອງທົ່ວລະບົບການເມືອງ ແລະທົ່ວປວງຊົນ, ປະເທດໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ບັນລຸໄດ້ຫຼາຍຜົນງານສຳຄັນໃນການພັດທະນາ. ພົ້ນເດັ່ນແມ່ນການເຕີບໂຕເສດຖະກິດບັນລຸໄດ້ລະດັບສູງ...  ທ່ານ ເຈືອງຮວ່າບິ່ງ ຮັບຮູ້ການປະກອບສ່ວນຕ່າງໆຂອງບັນດາສະຫາຍອະດີດການນຳພັກ, ລັດ ໃນພາລະກິດປະຕິວັດ ແລະປາດຖະໜາວ່າສະຫາຍ ເລເຟືອກທໍ້ ສືບຕໍ່ມີບັນດາການປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ...

leftcenterrightdel
ທ່ານ ເຈືອງຮວ່າບິ່ງ  ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ມາຢ້ຽມຢາມທ່ານນາງ ເລທິແຮ້ງ - ເມຍຂອງນັກປະພັນ, ນັກຮົບເສຍສະຫຼະຊີວິດເພ່ືອຊາດ ເລຫວິງຮວ່າ. ພາບ: ສຳນັກຂ່າວສານຫວຽດນາມ.

ມາຢ້ຽມຢາມທ່ານນາງ ເລທິແຮ້ງ (ອາຍຸ 86 ປີ) ແມ່ນເມຍຂອງນັກປະພັນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ເລຫວິງຮວ່າ, ທ່ານ ເຈືອງຮວ່າບິ່ງ ໄດ້ຢ້ຽມຢາມຖາມຂ່າວ ແລະສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດເພື່ອຊາດ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ບັນດາຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ໃນນັ້ນມີນັກປະພັນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ເລຫວິງຮວ່າ. ທ່ານ ເຈືອງຮວ່າບິ່ງ ຢັ້ງຢືນວ່າປະເທດຊາດ ແລະປະຊາຊົນຍາມໃດກໍ່ຈົດຈຳ, ຮູ້ບຸນຄຸນບັນດາວິລະຊົນ, ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ໂດຍ: ແສງເດືອນ