ຄະນະປະຕິບັດງານກໍ່ໄດ້ສົ່ງຂອງຂວັນເຖິງຜູ້ທຸກຍາກ,ໃນນັ້ນມີຂອງຂວັນ 140 ພູດແມ່ນມອບໃຫ້ບັນດາຄອບຄົວຢູ່ຕາແສງ ເຈື່ອງທີ ແລະນາມງ້ານ (ນະຄອນ ແທງຮວາ). ສ່ວນໃຫຍ່ໃນຈໍານວນນີ້ແມ່ນບັນດາຄອບຄົວທຸກຍາກທີ່ດຳລົງຊີວິດເທິງແມ່ນໍ້າ; ຂອງຂວັນ 200 ພູດແມ່ນມອບໃຫ້ 200 ຄອບຄົວປະສົບກັບຄວາມທຸກຍາກຂຶ້ນກັບຕາແສງ ງອກເຄ (ເມືອງ ງອກລັກ) ແລະຕາແສງ ທໍ້ເລິບ (ເມືອງ ທໍ້ຊວນ); ຈໍານວນຂອງຂວັນທີ່ຍັງເຫຼືອແມ່ນມອບໃຫ້ບັນດາຄອບຄົວທີ່ທຸກຍາກຢູ່ເມືອງ ກວາງເຊືອງ, ອຽນດິ້ງ.

leftcenterrightdel
ຄະນະປະຕິບັດງານໜັງສຶພິມກອງທັບປະຊາຊົນມອບຂອງຂວັນປີໃໝ່ຢູ່ຕາແສງ ເຈື່ອງທີ (ນະຄອນ ແທງຮວາ). ພາບ: qdnd.vn

ການມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວທຸກຍາກ ແລະຄອບຄົວນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກແມ່ນການເຄື່ອນໄຫວເປັນປະຈໍາຂອງໜັງສືພິມກອງທັບປະຊາຊົນ ສົມທົບກັບກອງທຶນ Thien Tam (ກຸ່ມບໍລິສັດ Vingroup) ດ້ວຍຄວາມປາດຖະໜາຢາກແບ່ງປັນ, ລະດົມກໍາລັງໃຈບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ.

ໂດຍ: ຈາງຫງວຽນ