ຕາມສໍານັກຂ່າວສານ Sputnik (ລັດເຊຍ), ບໍລິສັດກໍານົດເຄື່ອງໝາຍການຄ້າ Brand Finance ຫາກໍ່ປະກາດບົດລາຍງານ Global 500 ປີ 2023, ຈັດອັນດັບ 500 ເຄື່ອງໝາຍການຄ້າທີ່ມີມຸນຄ່າທີ່ສຸດຂອງໂລກ. ໃນນັ້ນ, Viettel ແມ່ນເຄື່ອງໝາຍການຄ້າໜຶ່ງດຽວຂອງຫວຽດນາມ ລອດເຂົ້າໃນຕາຕະລາງຈັດອັນດັບຂອງ Brand Finance, ຢືນອັນດັບທີ 234.

leftcenterrightdel
Viettel ນອນໃນທອັບ 500 ເຄື່ອງໝາຍການຄ້າທີ່ມີມຸນຄ່າທີ່ສຸດໂລກຂອງ Brand Finance. ພາບ: baochinhphu.vn

ຕາມນັ້ນແລ້ວ, Viette ສືບຕໍ່ແມ່ນເຄື່ອງໝາຍການຄ້າໂທລະຄົມມະນາຄົມທີ່ມີມຸນຄ່າທີ່ສຸດອາຊີຕາເວັນອອກສ່ຽງໃຕ້, ຢືນອັນດັບທີ 17 ໂລກ ແລະແມ່ນເຄື່ອງໝາຍການຄ້າໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ນອນໃນທອັບ 500.

ຕາມບົດລາຍງານຂອງ Brand Finance, ບໍລິສັດການຄ້າເອເລັກໂຕນິກ Amazon ຂອງເສດຖີເງິນຕື້ໂດລາສະຫະລັດ Jeff Bezos ໄດ້ກາຍເປັນເຄື່ອງໝາຍການຄ້າຖືກຈັດອັນດັບສູງສຸດ, ລື່ນກາຍບໍລິສັດ Apple.  Amazon ຢືນອັນດັບໜຶ່ງເຖິງວ່າມຸນຄ່າເຄື່ອງໝາຍການຄ້າຂອງບໍລິສັດຖືກຫຼຸດລົງ 15% ໃນປີນີ້, ຈາກ 350 ຕື້້ໂດລາສະຫະລັດລົງ 299,3 ຕື້ໂດລາສະຫະລັດ. ໃນຂະນະນັ້ນ, Apple ລົງອັນດັບທີສອງ, ພາຍຫຼັງມຸນຄ່າເຄື່ອງໝາຍການຄ້າຫຼຸດ 16% ລົງເຫຼືອພຽງ 297,5 ຕື້ໂດລາສະຫະລັດ.

ໂດຍ: ໄຊນີດາ