Viettel ສາຂາເກິ່ນເທີ ມອບລາງວັນການປະກວດແຕ້ມພາບ “ສະແດງຄວາມຮູ້ບຸນຄຸນ”
ກປ.ອອນໄລ - ວັນທີ 13 ທັນວາ, Viettel ສາຂາເກິ່ນເທີ ໄດ້ສົມທົບກັບພະແນກການສຶກສາ ແລະກໍ່ສ້າງນະຄອນເກິ່ນເທີ ຈັດຕັ້ງການປະກວດແຕ້ມພາບດ້ວຍຫົວຂໍ້ “ສະແດງຄວາມຮູ້ບຸນຄຸນ” ສໍາລັບນັກຮຽນມັດທະຍົມຕອນຕົ້ນຢູ່ນະຄອນເກິ່ນເທີ.
ຈຸດປະສົງຂອງການປະກວດແມ່ນແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານ, ສະເຫຼີມສະຫຼອງ 40 ປີແຫ່ງວັນ “ຄູຫວຽດນາມ 20-11”, ພັດທະນາຈິນຕະນາການ, ປະດິດຄິດສ້າງຜ່ານການແຕ້ມພາບຂອງນັກຮຽນ, ພ້ອມທັງສ້າງເວທີການປະກວດທີ່ປອດໃສ ແລະເປັນມິດໃຫ້ນັກຮຽນໃນບໍລິເວນນະຄອນເກິ່ນເທີ.
    |
 |
ຄະນະຈັດຕັ້ງມອບລາງວັນໃຫ້ພວກນ້ອງຍາດໄດ້ຜົນງານດີເດັ່ນໃນການປະກວດ. ພາບ: qdnd.vn |
ພາຍຫຼັງການປຸກລະດົມ, ຄະນະຈັດຕັ້ງ ໄດ້ຮັບພາບແຕ້ມທີ່ສົ່ງເຂົ້າມາປະກວດກວ່າ 5000 ແຜ່ນ ຈາກພວກນ້ອງນັກຮຽນ. ການປະກວດແຕ້ມພາບ ໄດ້ຊ່ວຍພວກນ້ອງມີຄວາມເຂົ້າໃຈຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງຄູອາຈານ, ຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນຕໍ່ຄູອາຈານ. ໃນການປະກວດໄດ້ມອບລາງວັນໃຫ້ນ້ອງນັກຮຽນ 13 ລາງວັນ ດ້ວຍຮູບການໂດຍກົງ ແລະອອນລາຍ.
ທ່ານພັນໂທ ຮີ່ງຈຸງກຽນ, ຜູ້ອໍານວຍການ Viettel ສາຂາເກິ່ນເທີ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, Viettel ໃຫ້ຄໍາໝັ້ນສັນຍາວ່າ ຈະຮ່ວມເດີນທາງກັບຂະແໜງສຶກສາ ແລະກໍ່ສ້າງ, ສືບຕໍ່ຈັດຕັ້ງການແຂ່ງຂັນປະກວດທີ່ເປັນປະໂຫຍດສົມທົບໃສ່ກັບການລົງທຶນ, ພັດທະນາມາດຕະການໃໝ່ ກໍ່ຄືໝູນໃຊ້ພື້ນຖານເຕັກໂນໂລຢີທັນສະໄໝ ເພື່ອປັບປຸງລະບົບຊີວະພາບການສຶກສາ, ສ້າງສັງຄົມຮໍ່າຮຽນຢ່າງມີປະສິດທິຜົນໃຫ້ໝົດທຸກຄົນ.
ໂດຍ: ທູຈາງ