ດ້ວຍບັນດາຜະລິດຕະພັນຫຼາຍຮູບແບບ, ແທດຈິງທີ່ລູກຄ້າມີຄວາມນິຍົມນັ້ນ, ວິສາຫະກິດກອງທັບມີທ່າໄດ້ປຽບເພື່ອເປີດກວ້າງຕະຫຼາດຢູ່ພາຍໃນ ແລະຕ່າງປະເທດ. ສຳລັບຫວຽດນາມ, ຕະຫຼາດລາວ ຍາມໃດກໍ່ໄດ້ຮັບການຕີລາຄາວ່າແມ່ນປະຕູອອກສຳຄັນ ເພື່ອເປີດກວ້າງຕະຫຼາດເຂົ້າບັນດາປະເທດອາຊຽນ. ຊຸກຍູ້ການລົງທຶນ-ການຄ້າລະຫວ່າງສອງປະເທດຫວຽດນາມ-ລາວ, ບັນດາວິສາຫະກິດກອງທັບໄດ້ຫັນການເຄື່ອນໄຫວສົ່ງເສີມການຄ້າເປັນຫຼາຍຮູບຫຼາຍແບບ.

ບົດທີ 1: ບັນດາທ່າແຮງບົ່ມຊ້ອນ

ເວົ້າເຖິງຜະລິດຕະພັນຂອງວິສາຫະກິດກອງທັບແມ່ນເວົ້າເຖິງອິດທິພົນຊື່ສຽງ, ຄຸນນະພາບ, ຮູບແບບ ແລະໄດ້ສ້າງຄວາມປະທັບໃຈຕໍ່ກັບຜູ້ບໍລິໂພກ. ນີ້ແມ່ນບັນດາທ່າໄດ້ປຽບເພື່ອໃຫ້ວິສາຫະກິດກອງທັບແຊກຊຶມເຂົ້າຕະຫຼາດລາວ ຢ່າງເລິກກວ່າອີກ, ເພື່ອຈາກນັ້ນຍົກສູງຖານະບົດບາດໃນພາກພື້ນ.

ບັນດາເຄື່ອງໝາຍການຄ້າທີ່ໜ້າເອກອ້າງທະນົງໃຈ

ຕະຫຼາດອຸປະກອນດັບເພີງ, ປະຈຸບັນມີຫຼາຍປະເພດ, ຫຼາຍລາຄາ ແລະຫຼາຍຮູບແບບ. ແຕ່ເມື່ອເວົ້າເຖິງຜະລິດຕະພັນເສົານ້ຳດັບເພີງ (fire hydrant), ສ່ວນຫຼາຍໃຜກໍ່ຮູ້ຈັກຜະລິດຕະພັນເສົານ້ຳດັບເພີງກະຊວງປ້ອງກັນປະເທດ” ຂອງໂຮງງານ Z183 (ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ). ມາຮອດປະຈຸບັນ, ຜະລິດຕະພັນເສົານ້ຳດັບເພີງຂອງກະຊວງປ້ອງກັນປະເທດ” ໄດ້ຕິດຕັ້ງຢູ່ຫຼາຍກິດຈະກຳ, ໂຄງການໃຫຍ່ຢູ່ໃນທົ່ວປະເທດ. ພາພວກຂ້າພະເຈົ້າໄປຢ້ຽມຊົມລະບົບຕ່ອງໂສ້ຜະລິດ, ທ່ານພັນເອກພິເສດ ເວືອງຈີ໊ຕວ້າຍ, ຜູ້ອຳນວຍການໂຮງງານ Z183 ມີຄວາມພາກພູມໃຈກ່ຽວກັບຜະລິດຕະພັນທີ່ເປັນເຄື່ອງໝາຍການຄ້າຂອງໂຮງງານ. ເມື່ອແບ່ງປັນກັບພວກຂ້າພະເຈົ້າທ່ານກ່າວວ່າ: ຜະລິດຕະພັນນີ້ມີອົງປະກອບງ່າຍດາຍ, ເບົາກວ່າບັນດາຜະລິດຕະພັນເສົານ້ຳດັບເພີງອື່ນທີ່ຂາຍຢູ່ຕາມທ້ອງຕະຫຼາດສະນັ້ນລາຄາຈຶ່ງແກ່ງແຍ້ງກວ່າແຕ່ກໍ່ຮັບປະກັນລັກສະນະພິເສດ, ຄວາມສາມາດໃນການນຳໃຊ້. ທ່ານພັນເອກພິເສດແບ່ງປັນວ່າ “ເມື່ອຜັນຂະຫຍາຍໂຄງການກໍ່ສ້າງ, ນັກປະມູນຫຼາຍຄົນໄດ້ຂຽນຢູ່ໃນເອກະສານປະມູນວ່າ ຈະເລືອກເອົາຜະລິດຕະພັນດັບເພີງຂອງກະຊວງປ້ອງກັນປະເທດ. ສິ່ງເຫຼົ່ານີ້ແມ່ນມາຈາກອິດທິພົນຊື່ສຽງ, ຄຸນນະພາບ, ບໍລິການຂອງວິສາຫະກິດກອງທັບ. ມາຮອດປະຈຸບັນ, ຜະລິດຕະພັນເສົານ້ຳດັບເພີງກະຊວງປ້ອງກັນປະເທດ” ຄອງຕະຫຼາດຢູ່ພາກເໜືອໄດ້ 60% ແລະກຳລັງຄອງຕະຫຼາດຢູ່ພາກໃຕ້ເທື່ອລະກ້າວ”.

leftcenterrightdel
ຜະລິດດິນລະເບີດອຸດສາຫະກຳຢູ່ໂຮງງານ Z131. ພາບ: ບ໊າວລິງ.

ໃນຕົວຈິງສະແດງໃຫ້ເຫັນວ່າ ໜຶ່ງໃນບັນດາຄວາມສະດວກພົ້ນເດັ່ນຂອງວິສາຫະກິດກອງທັບນັ້ນແມ່ນອິດທິພົນຊື່ສຽງ ສະນັ້ນເມື່ອລູກຄ້າສຳຜັດຍາມໃດກໍ່ມີຄວາມເຊື່ອໝັ້ນສູງ. ຫຼາຍຜະລິດຕະພັນ, ການບໍລິການຂອງບັນດາວິສາຫະກິດກອງ ທັບໄດ້ກາຍເປັນການເລືອກເຟັ້ນແຖວໜ້າຂອງຜູ້ບໍລິໂພກຢູ່ພາຍໃນປະເທດ ແລະເປີດກວ້າງບັນດາຕະຫຼາດສາກົນເທື່ອລະກ້າວ. ນັ້ນແມ່ນບັນດາຜະລິດຕະພັນ, ການບໍລິການໂທລະຄົມມະນາຄົມຂອງກຸ່ມບໍລິສັດອຸດສາຫະກຳ ແລະຄົມມະນາຄົມກອງທັບ (Viettel); ການບໍລິການທະນາຄານຂອງທະນາຄານການຄ້າຫຸ້ນສ່ວນກອງທັບ (MB); ເຄື່ອງໝາຍການຄ້າພັດລົມຂອງໂຮງງານ Z199; ເຄື່ອງໝາຍການຄ້າບັ້ງໄຟດອກ, ກະໂພກອຸດສາຫະກຳ, ຜະລິດຕະພັນຊີ້ນສ່ວນກະໂພກຂອງໂຮງງານ Z121; ເຄື່ອງດັບເພີງ, ເຂັມເຈາະໂດຍໂຮງງານ Z113 ຜະລິດ  ແລະຈຳໜ່າຍ; ບັນດາຜະລິດຕະພັນຢາງພະລາເຕັກນິກຂອງໂຮງງານ Z175; ດິນລະເບີດອຸດສາຫະກຳຂອງໂຮງງານ Z131 ແລະໂຮງງານ Z115...

ເສີມຂະຫຍາຍປະສິດທິຜົນຂອງລະບົບຕ່ອງໂສ້ການຜະລິດໃຊ້ຄວບຄູ່

ທ່າອ່ຽງເສີມຂະຫຍາຍປະສິດທິຜົນການຜະລິດທີ່ໃຊ້ຄວບຄູ່ສຳລັບບັນດາໂຮງງານ, ວິສາຫະກິດກອງທັບເລີ່ມຈາກຄວາມຕ້ອງການຕົວຈິງ ແລະເໝາະສົມກັບທ່າອ່ຽງຂອງຍຸກສະໄໝ. ທີ່ກອງປະຊຸມໃຫຍ່ ຄັ້ງທີ XIII, ພັກກອມມູນິດຫວຽດນາມ ກຳນົດວ່າ: “ສືບຕໍ່ກໍ່ສ້າງ, ພັດທະນາອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມທິດຮັບໃຊ້ຄວບຄູ່, ນັບມື້ນັບທັນສະໄໝ, ມີລະດັບວິທະຍາສາດ, ເຕັກໂນໂລຢີສູງ”. ນີ້ແມ່ນການກໍານົດທິດຍຸດທະສາດ, ສະແດງໃຫ້ເຫັນທັດສະນະສົມທົບການປ້ອງກັນຊາດກັບເສດຖະກິດ, ເສດຖະກິດກັບການປ້ອງກັນຊາດ. ຫັນແຜນນະໂຍບາຍຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດເປັນລະອຽດ, ເອົາໃຈໃສ່ລົງທຶນພັດທະນາອຸດສາຫະກຳປ້ອງກັນຊາດຕາມທິດຮັບໃຊ້ຄວບຄູ່. ລະບົບກົດໝາຍ, ກົນໄກ, ນະໂຍບາຍ, ການວາງແຜນຜັງ, ແຜນການພັດທະນາອຸດສາຫະກຳປ້ອງກັນຊາດ ໄດ້ຮັບການສຳເລັດເທື່ອລະກ້າວ, ເໝາະສົມກັບເງື່ອນໄຂຂອງຫວຽດນາມ. ອຸດສາຫະກຳປ້ອງກັນຊາດ ໄດ້ເອົາໃຈໃສ່ລົງທຶນ, ພິເສດແມ່ນບັນດາຂະແໜງປາຍແຫຼມ, ມີເອກະລັກສະເພາະ, ມຸ່ງໄປເຖິງຄວາມສະໜິດຕິດພັນ, ເຊື່ອມຕົວກັບອຸດສາຫະກຳແຫ່ງຊາດ.

ແລກປ່ຽນກັບພວກຂ້າພະເຈົ້າ, ການນຳບັນດາບໍລິສັດໃຫຍ່, ບໍລິສັດ, ໂຮງງານກອງທັບສ່ວນຫຼາຍຢັ້ງຢືນວ່າ ໃນຕະຫຼອດວິວັດທະນາການພັດທະນາ, ເຂົາເຈົ້າຍາມໃດກໍ່ກຳນົດວ່າຫົວໜ່ວຍຕົນເອງແມ່ນວິສາຫະກິດປ້ອງກັນຊາດ; ພັັດທະນາເສດຖະກິດແມ່ນການປະຕິບັດແຜນນະໂຍບາຍນຳໃຊ້ລະບົບຕ່ອງໂສ້ການຜະລິດທີ່ໃຊ້ຄວບຄູ່ເພື່ອຮັກສາ ແລະຍູ້ແຮງຄວາມສາມາດໃນການຜະລິດປ້ອງກັນຊາດ. ທ່ານພັນເອກພິເສດ ຟ້າມແອັງຕ໊ວນ, ຜູ້ອຳນວຍການໂຮງງານ Z176, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ເນັ້ນໜັກວ່າ: “ການລົງທຶນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີອີງໃສ່ພື້ນຖານການຂຸດຄົ້ນລະບົບຕ່ອງໂສ້ການຜະລິດປ້ອງກັນຊາດທີ່ມີຢູ່ແລ້ວ, ໄດ້ຊ່ວຍໃຫ້ໂຮງງານອຸດສາຫະກຳປ້ອງກັນຊາດພັດທະນາບາງຜະລິດຕະພັນຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ, ບາງຜະລິດຕະ ພັນໄດ້ສົ່ງອອກໄປຍັງຕະຫຼາດທີ່ມີຄຸນນະພາບສູງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດ”. ທ່ານພັນເອກ ເຈິ່ນຈີ໊ຢູງ, ຜູ້ອໍານວຍການໂຮງງານ Z113, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ຢັ້ງຢືນວ່າ: “ມູນຄ່າທີ່ໄດ້ມາຈາກສິນຄ້າປະເພດຕ່າງໆ ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດກອງທັບຍົກສູງລາຍຮັບໃຫ້ແກ່ພະນັກງານ, ພາລະກອນ, ຜູ້ອອກ ແຮງງານເທົ່ານັ້ນ ຫາກຍັງຍົກສູງເຄື່ອງໝາຍການຄ້າວິສາຫະກິດກອງທັບເວົ້າລວມ ແລະມີເງື່ອນໄຂລົງທຶນດັດແປງ, ປ່ຽນໃໝ່ລະບົບຕ່ອງໂສ້ການຜະລິດໃຫ້ທັນສະໄໝກວ່າອີກ, ຈາກນັ້ນຮັບໃຊ້ການຜະລິດສິນຄ້າປະເພດຕ່າງໆເພື່ອຮັບໃຊ້ກອງທັບ, ການປ້ອງກັນຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການຫັນປະເທດເປັນອຸດສາຫະກຳ ແລະທັນ ສະໄໝ”.

ຈາກຕົວຈິງກ່ຽວກັບຄວາມສາມາດການຜະລິດຂອງຂະແໜງອຸດສາຫະກຳປ້ອງກັນຊາດຂອງປະເທດຫວຽດນາມໃນປະຈຸບັນສາມາດຢັ້ງຢືນໄດ້ວ່າ ຄຸນນະພາບຜະລິດຕະພັນໄດ້ຮັບການຍົກສູງຂຶ້ນ, ຮັບປະກັນຄວາມປອດໄພໃນການຝຶກແອບ ແລະກຽມພ້ອມສູ້ຮົບ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ທະຫານ. ຈຳນວນ, ຊະນິດ, ຄຸນນະພາບ ແລະຄວາມຄືບໜ້າໃນການສ້ອມແປງອາວຸດຍຸດໂທປະກອນເຕັກນິກນັບມື້ນັບດີກວ່າ. ໄປຄຽງຄູ່ກັນນັ້ນ, ແມ່ນເສີມຂະຫຍາຍປະສິດທິຜົນລະບົບຕ່ອງໂສ້ການຜະລິດທີ່ໃຊ້ຄວບຄູ່, ຂະແໜງອຸດສາຫະກຳປ້ອງກັນຊາດໄດ້ຍູ້ແຮງການຜະລິດ, ດຳເນີນທຸລະກິດຫຼາຍຜະລິດຕະພັນພົນລະເຮືອນທີ່ມີຄວາມແກ່ງແຍ້ງໃຫຍ່, ຕອບສະໜອງຄວາມຕ້ອງການຂອງຕະຫຼາດຢູ່ພາຍໃນ ແລະສາກົນ, ເປີດແງ່ຫວັງໃໝ່ໃຫ້ແກ່ວິສາຫະກິດ. ຢູ່ລະດັບມະຫາພາກ, ບັນດາຜະລິດຕະພັນເສດຖະກິດພັດທະນາຜ່ານລະບົບຕ່ອງໂສ້ການຜະລິດທີ່ໃຊ້ຄວບຄູ່, ນຳມາເຊິ່ງປະສິດທິຜົນເສດຖະກິດສູງ, ປະກອບສ່ວນຢັ້ງຢືນແຜນນະໂຍບາຍທີ່ຖືກຕ້ອງນັ້ນແມ່ນສົມທົບລະຫວ່າງການປ້ອງກັນຊາດກັບເສດຖະກິດ, ເສດຖະກິດກັບປ້ອງກັນຊາດໃນການປະຕິບັດໜ້າທີ່ຂອງບັນດາວິສາຫະກິດກອງທັບ.

ໂດຍ: ສົມເພັດ