leftcenterrightdel
ນັກວິສະວະກອນຂອງ Viettel ຜັນຂະຫຍາຍສະຖານີກະຈາຍຄື້ນ 5G / ພາບປະກອບ.

ຕາມນັ້ນແລ້ວ, ພາຍຫຼັງໄລຍະທົດລອງ, ແຕ່ວັນທີ 15 ກັນຍາ, ເພື່ອຊ່ວຍ ລູກຄ້າ ຕິດຕໍ່ພົວພັນຢ່າງສະດວກເມື່ອໄປຕ່າງປະເທດ, Viettel ໄດ້ສະໜອງບໍລິການ VoLTE ແລະ 5G ເມື່ອ roaming. ໂດຍລະອຽດ, ລູກຄ້າຂອງ Viettel ເມື່ອ roaming ສາມາດນໍາໃຊ້ 5G ຢູ່ເກືອບ 20 ປະເທດ (ຈີນ, ສ.ເກົາຫຼີ, ສິງກະໂປ, ການາດາ, ອາເມລິກາ...) ແລະ VoLTE ຢູ່ທີ່ 4 ປະເທດ (ອາເມລິກາ, ສ.ເກົາຫຼີ, ມຽນມາ, ກໍາປູເຈຍ). ພ້ອມກັນນັ້ນ, Viettel ກໍພວມພະຍາ ຍາມເປີດກວ້າງຂອບເຂດບັນດາປະເທດ ສະໜອງບໍລິການ roaming 5G/VoLTE ໃນໄລຍະເວລາໄວທີ່ສຸດ.

ເພື່ອນໍາໃຊ້ VoLTE ແລະ5G  ເມື່ອ roaming, ລູກຄ້າຂອງ Viettel ພຽງແຕ່ນໍາໃຊ້ໂທລະສັບມືຖື ທີ່ມີການໜູນຊ່ວຍ VoLTE/5G, ນໍາໃຊ້ຊິມ 4G ຫຼື eSim, ຈົດທະບຽນບໍລິການ ແລະເປີດແອັບພຼີເຄຊັນ ໃນໂທລະສັບມືຖື. 

ໂດຍ: ໄຊຊະນະ