ຕາມ lepetitjournal ແລ້ວ, ຫວຽດນາມ ແມ່ນປະເທດໜຶ່ງດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ທີ່ມີລະດັບເຕີບໂຕບວກໃນສອງປີຕໍ່ເນື່ອງ, ຄື 2,9% ໃນປີ 2020 ແລະ 2,58% ໃນປີ 2021, ໃນສະພາບການໂລກຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນພະຍາດໂຄວິດ-19. ບົດຂຽນຢັ້ງຢືນວ່າການປັບປຸງນະໂຍບາຍຢ່າງຕໍ່ເນື່ອງແມ່ນໜຶ່ງໃນບັນດາພື້ນຖານເພື່ອໃຫ້ນັກໄຈ້ແຍກພິສູດໃຫ້ເຫັນແງ່ຫວັງຂອງຫວຽດນາມ.

leftcenterrightdel
ໃຈກາງນະຄອນໂຮ່ຈີມິນ. ພາບ: nld.com.vn.

ຕາມນັ້ນແລ້ວ, ນັບແຕ່ປີ 1986, ປີທຳອິດທີ່ຫວຽດນາມ ດຳເນີນກິດຈະການປ່ຽນແປງໃໝ່ຈົນຮອດປະຈຸບັນແມ່ນກວ່າ 30 ປີ, ລະດັບເຕີບໂຕຂອງຫວຽດນາມ ແມ່ນນອນໃນແຖວສູງສຸດຢູ່ໂລກ, ດ້ວຍລະດັບເຕີບໂຕສະເລ່ຍ 6,55%/ປີ ເຖິງປີ 2019. ເຖິງວ່າພະຍາດໂຄວິດ-19 ແຜ່ລະບາດ, ແຕ່ລະດັບເຕີບໂຕຂອງຫວຽດນາມ ຍັງເປັນຜົນບວກ, ສິ່ງທີ່ເຮັດໄດ້ຍາກສຳລັບຫຼາຍປະເທດໃນຕະຫຼອດ 2 ປີຜ່ານມາ.

ທ່ານ ໂງດັງຄວາ, ຜູ້ອຳນວຍການທົ່ວປະເທດກຸ່ມດຳເນີນທຸລະກິດເງິນຕາ, ຕະຫຼາດທຶນຮອນ ແລະບໍລິການຫຼັກຊັບ, ທະນາຄານ HSBC (ຫວຽດນາມ), ຕີລາຄາວ່າ: “ພວກເຮົາສາມາດປະເອີບໃຈຕໍ່ແງ່ຫວັງເສດຖະກິດຂອງຫວຽດນາມ ແລະຫວຽດນາມ ອາດສາມາດກາຍເປັນໂຕເສືອຂອງພື້ນຖານເສດຖະກິດໃໝ່ໃນພາກພື້ນອາຊີ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດດຶງດູດ FDI ແຖວໜ້າໃນພາກພື້ນ. FDI ປ່ອຍເງິນໃນ 5 ເດືອນຕົ້ນປີ ເພີ່ມຂຶ້ນ 7,8%. ສິ່ງນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນຕ່າງປະເທດຕໍ່ແງ່ຫວັງພັດທະນາເສດຖະກິດຂອງຫວຽດນາມ”.

ໂດຍ: ແສງເດືອນ