leftcenterrightdel
ແມ່ຍິງຖືກສ່ຽງໄພສູງກວ່າເພິ່ນ ຢູ່ນະຄອນໂຮ່ຈີມິນ ແລະແຂວງຕ່ຽນຢາງ ຈະໄດ້ຮັບການລົງທຶນເພື່ອໜູນຊ່ວຍຟື້ນຟູ ແລະຮັບມື ດ້ວຍມູນຄ່າກວ່າ 33 ຕື້ດົ່ງ. ພາບ: bienphong.com.vn

ນີ້ແມ່ນສອງໃນຈໍານວນເຂດທີ່ຖືກຜົນສະທ້ອນໜັກໜ່ວງທີ່ສຸດຍ້ອນພະຍາດໂຄວິດ-19. ໂຄງການແກ່ຍາວ 1 ປີ ດ້ວຍມູນຄ່າກວ່າ 33 ຕື້ດົ່ງ. ເປົ້າໝາຍຂອງໂຄງການ ແມ່ນເພື່ອແນໃສ່ຍົກສູງຄວາມສາມາດຟື້ນຟູຂອງແມ່ຍິງ ໃນສະພາບພະຍາດໂຄວິດ-19 ແລະຍົກສູງກໍາລັງຄວາມສາມາດຂອງບັນດາອົງການຈັດຕັ້ງຢູ່ທ້ອງຖິ່ນໃນການຕອບສະໜອງຄວາມຕ້ອງການຂອງແມ່ຍິງ ທີ່ມີໄພຖືກໃຊ້ຄວາມຮຸນແຮງ. ຄາດວ່າ ມີແມ່ຍິງທຸກຍາກ ຫຼືໃກ້ຈະທຸກຍາກ, ຜູ້ຖືກວ່າງງານ, ຜູ້ອົບພະຍົບ, ຜູ້ທີ່ມີໄພຖືກໃຊ້ຄວາມຮຸນແຮງສູງກວ່າ ຫຼືຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ 8000 ຄົນ ຈະໄດ້ຊົມໃຊ້ຜົນປະໂຫຍດຈາກການຮັບສິນຄ້າໜູນຊ່ວຍ, ເງິນສົດ ແລະການໜູນຊ່ວຍດ້ານເຕັກນິກ  ເພືື່ອຟື້ນຟູການຫາເງິນລ້ຽງຊີບ.

ໂດຍ: ທູຈາງ