leftcenterrightdel
ພາບປະກອບຄັດຈາກ: vov.vn

ຫົວຂໍ້ຂອງເວທີປາໄສແມ່ນ “ການຄ້າເອເລັກໂຕນິກຊຸກຍູ້ເສດຖະກິດພາຍຫຼັງພະຍາດໂຄວິດ-19” ໂດຍສະຫະສະມາຄົມການຄ້າເອເລັກໂຕນິກ ຈັດຕັ້ງໃນວັນທີ 10 ພຶດສະພາ ທີ່ນະຄອນໂຮ່ຈີມິນ. ການຄ້າເອເລັກໂຕນິກ ໄດ້ພັດທະນາຢ່າງແຮງໃນໄລຍະ 2020-2021 ແລະໄດ້ຮັບການຄາດຄະເນວ່າຈະບັນລຸປະມານ 39 ຕື້ໂດລາສະຫະລັດ ໃນປີ 2025.

ນີ້ກໍ່ຈະແມ່ນທ່າອ່ຽງພັດທະນາແບບຍືນຍົງ ໃນເລື່ອງເຮັດໃຫ້ຊ່ອງຂາຍສິນຄ້າເປັນຫຼາຍຮູບຫຼາຍແບບໃນໄລຍະຈະມາເຖິງ. ຄິດໄລ່ຮອດ 6 ເດືອນຕົ້ນປີ 2021, ຫວຽດນາມ ມີຜູ້ຊົມໃຊ້ທາງອິນເຕີແນັດໃໝ່ກວ່າ 8 ລ້ານຄົນ, ໃນນັ້ນ 55% ແມ່ນມາຈາກເຂດນອກຕົວເມືອງ. ນັບແຕ່ປີ 2021 ມາຮອດປັດຈຸບັນ, ປະລິມານສິນຄ້າທີ່ຂາຍຜ່ານເວັບໄຊການຄ້າເອເລັກໂຕນິກເພີ່ມຂຶ້ນ 1,5-2 ເທື່ອເມື່ອທຽບໃສ່ໄລຍະກ່ອນທີ່ເກີດພະຍາດໂຄວິດ-19. ພາຍຫຼັງພະຍາດ, ມີຫຼາຍວິສາຫະກິດ, ຜູ້ຜະລິດໄດ້ຫັນປ່ຽນ ແລະເພີ່ມທະວີການຂາຍສິນຄ້າຜ່ານບັນດາເວັບໄຊການຄ້າເອເລັກໂຕນິກ.

ໂດຍ: ທູຈາງ