ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ພາຍຫຼັງກວ່າ 1 ປີທີ່ປະຕິບັດ UKVTFA, ອັນໃດແມ່ນຜົນງານພົ້ນເດັ່ນກ່ຽວກັບການລົງທຶນ-ການຄ້າລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ ?

ທ່ານຮອງລັດຖະມົນຕີ ເຈິ່ນກວກແຄງ: ສັນຍາ UKVTFA ໄດ້ສອງຝ່າຍລົງນາມໃນວັນທີ 29 ທັນວາ ປີ 2020, ໄດ້ນໍາໃຊ້ຊົ່ວຄາວແຕ່ວັນທີ 1 ມັງກອນ ປີ 2021 ແລະມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 1 ພຶດສະພາ ປີ 2021. ສັນຍານີ້ມີຜົນສັກສິດຢ່າງເປັນທາງການໃນຂະນະທີ່ທັງຫວຽດນາມ ແລະລາຊະອານາຈັກອັງກິດ ຕ້ອງປະເຊີນໜ້າກັບການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19. ຈໍານວນຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຫຼາຍຢູ່ທັງສອງປະເທດອັນໄດ້ເຮັດໃຫ້ລະບົບການສະໜອງສົ່ງອອກ-ນໍາເຂົ້າ ກໍ່ຄືການເຄື່ອນໄຫວດ້ານເສດຖະກິດ, ການຄ້າອື່ນໆຖືກຕັດຕອນ.

leftcenterrightdel
ການເຄື່ອນໄຫວຜະລິດທີ່ໂຮງງານ Vinatex ນາມດິ້ງ. ພາບ: ກວາງນາມ.

ເຖິງວ່າເລີ່ມມີຜົນສັກສິດໃນສະພາບການປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນກໍ່ຕາມ, ແຕ່ໃນປີ 2021, ການແລກປ່ຽນການຄ້າສິນຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ ບັນລຸ 6,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17,2% ເມື່ອທຽບໃສ່ປີ 2020. ລະດັບເຕີບໂຕນີ້ໄດ້ຊ່ວຍວົງເງິນການຄ້າສອງຝ່າຍຟື້ນຟູເທົ່າກັບລະດັບວົງເງິນສອງຝ່າຍປີ 2019. ໃນນັ້ນ, ຫວຽດນາມ ສົ່ງອອກໄປລາຊະອານາຈັກອັງກິດ ເພີ່ມຂຶ້ນ 16,4%, ສ່ວນລາຊະອານາຈັກອັງກິດ ສົ່ງອອກເຂົ້າຫວຽດນາມ ເພີ່ມຂຶ້ນ 24%. ຄຽງຂ້າງນັ້ນ, ໃນປີ 2021, ໄດ້ມີ 48 ໂຄງການລົງທຶນໂດຍກົງໃໝ່ຈາກລາຊະອານາຈັກອັງກິດ ເຂົ້າຫວຽດນາມ ດ້ວຍຈໍານວນທຶນຈົດທະບຽນໃໝ່ບັນລຸກວ່າ 53 ຕື້ໂດລາສະຫະລັດ, ເຕີບໂຕ 157% ເມື່ອທຽບໃສ່ໄລຍະດຽວກັນ, ຮັກສາການລົງທຶນໂດຍກົງຂອງລາຊະອານາຈັກອັງກິດ ເຂົ້າຫວຽດນາມ ໃນລະດັບ 4 ຕື້ໂດລາສະຫະລັດ. ປະຈຸບັນ, ລາຊະອານາຈັກອັງກິດ ກໍາລັງນອນໃນກຸ່ມ 12 ປະເທດທີ່ລົງທຶນໂດຍກົງຫຼາຍທີ່ສຸດເຂົ້າຫວຽດນາມ.

ຂໍ້ມູນນີ້ໃຫ້ເຫັນວ່າ UKVTFA ແມ່ນເສັ້ນທາງດ່ວນສອງລວງ, ຊ່ວຍຊຸກຍູ້ການແລກປ່ຽນການຄ້າສອງຝ່າຍຕາມທິດນັບມື້ນັບສົມດຸນກວ່າ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ທ່ານ ຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນຂອງຕະຫຼາດລາຊະອານາຈັກອັງກິດ?

ທ່ານຮອງລັດຖະມົນຕີ ເຈິ່ນກວກແຄງ: ດ້ວຍບັນດາຄໍາໝັ້ນສັນຍາເລິກເຊິ່ງກ່ຽວກັບການເປີດປະຕູຕະຫຼາດສິນຄ້າ ແລະການບໍລິການ, ຫວັງວ່າ UKVTFA ຈະແມ່ນໄມ້ງັດຊຸກຍູ້ການແລກປ່ຽນການຄ້າ-ການລົງທຶນສອງຝ່າຍລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ. ຕາມຂ້າພະເຈົ້າແລ້ວ, ການປະກອບອັນໃຫຍ່ຫຼວງຂອງສັນຍານີ້ແມ່ນຊ່ວຍການພົວພັນການຄ້າເສລີລະຫວ່າງຫວຽດນາມ ແລະລາຊະອານາຈັກອັງກິດ ບໍ່ຖືກຕັດຕອນ, ໜູນຊ່ວຍວິສາຫະກິດຟື້ນຟູພາຍຫຼັງພະຍາດໂຄວິດ-19. ດ້ວຍສັນຍາ UKVTFA, ສິນຄ້າຂອງຫວຽດນາມ ຈະໄດ້ຮັບບຸລິມະສິດຕັ້ງໜ້າຫຼາຍກວ່າ.

ອາດເຫັນໄດ້ວ່າ ກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງ FTA ນີ້ແມ່ນຍັງຫຼາຍຢູ່. ເຖິງວ່າການເຕີບໂຕດີກໍ່ຕາມ, ແຕ່ຜະລິດຕະພັນສົ່ງອອກຂອງຫວຽດນາມ ກວມເອົາຕະຫຼາດພຽງ 1% ໃນຍອດວົງເງິນນໍາເຂົ້າແຕ່ລະປີຂອງລາຊະອານາຈັກອັງກິດ ເທົ່ານັ້ນ. ສິ່ງສໍາຄັນແມ່ນວິສາຫະກິດຄວນເປັນເຈົ້າການນໍາໃຊ້ກາລະໂອກາດໂດຍ UKVTFA ສ້າງຂຶ້ນ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ໃນໄລຍະຈະມາເຖິງ, ພວກເຮົາຄວນນໍາໃຊ້ກາລະໂອກາດຈາກ UKVTFA ຄືແນວໃດ?

ທ່ານຮອງລັດຖະມົນຕີ ເຈິ່ນກວກແຄງ: ພາຍຫຼັງອອກຈາກສະຫະພາບເອີລົບ, ລາຊະອານາຈັກອັງກິດ ກໍາລັງຕັ້ງໜ້າເຈລະຈາບັນດາ FTA ກັບຫຼາຍຄູ່ຮ່ວມມືໃນໂລກ, ໃນນັ້ນມີບາງປະເທດອາຊຽນ. ສິ່ງດັ່ງກ່າວມີຄວາມໝາຍວ່າ ທ່າໄດ້ປຽບແກ່ງແຍ້ງທີ່ພວກເຮົາພວມມີຢູ່ນັ້ນຈະເສຍໄປຖ້າຫາກລາຊະອານາຈັກອັງກິດ ມີສັນຍາກັບບັນດາປະເທດອື່ນ. ສະນັ້ນ, ຝ່າຍວິສາຫະກິດ, ຄວນເປັນເຈົ້າການຄົ້ນຄວ້າເນື້ອໃນຂອງສັນຍາ. ຊອກຫາກາລະໂອກາດ, ຊອກຮູ້ຂໍ້ກໍານົດກ່ຽວກັບສິນຄ້ານໍາເຂົ້າຂອງລາຊະອານາຈັກອັງກິດ. ຜ່ານນັ້ນ, ຍົກສູງຄຸນນະພາບ, ປັບປຸງຜະລິດຕະພັນສິນຄ້າຂອງຕົນເພື່ອແຊກຊຶມ, ຢັ້ງຢືນທີ່ຕັ້ງຂອງຕົນຢູ່ຕະຫຼາດນີ້ໂດຍໄວ.

ສ່ວນຝ່າຍລັດ, UKVTFA ແມ່ນໜຶ່ງໃນບັນດາ FTA ຮຸ່ນໃໝ່. ພ້ອມກັບການກໍານົດເປີດປະຕູຕະຫຼາດແລ້ວ ຍັງມີບັນດາຄໍາໝັ້ນສັນຍາກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປົກປ້ອງຊັບສິນທາງປັນຍາ... ນີ້ແມ່ນຄໍາໝັ້ນສັນຍາໃໝ່, ຫວັງວ່າຈະຊ່ວຍຫວຽດນາມ ຍູ້ໄວວິວັດການປະຕິຮູບລະບອບລະບຽບການ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ-ການຄ້າຕາມທິດທັນສະໄໝ, ຈະແຈ້ງ ແລະສ້າງຄວາມສະດວກສູງສຸດໃຫ້ວິສາຫະກິດເວົ້າລວມ ແລະດຶງດູດວິສາຫະກິດລົງທຶນເຂົ້າຫວຽດນາມ. ຕາມນັ້ນ, ລັດຖະບານໄດ້ປະກາດໃຊ້ແຜນການປະຕິບັດ UKVTFA ເພື່ອໃຫ້ບັນດາກະຊວງ, ຂະແໜງການປະຕິບັດ, ໃນນັ້ນມີມາດຕະການໜູນຊ່ວຍວິສາຫະກິດ ແລະຍູ້ແຮງການປະຕິຮູບລະບອບລະບຽບການ.

ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກໍາ ແລະການຄ້າ ຈະສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະລາຊະອານາຈັກອັງກິດ ຈັດຕັ້ງການເຄື່ອນໄຫວທີ່ຫຼາຍຮູບຫຼາຍແບບເພື່ອຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງນະໂຍບາຍທີ່ແທດຈິງ ແລະມີປະສິດທິຜົນ, ແນໃສ່ຊ່ວຍເຫຼືອປະຊາຄົມວິສາຫະກິດນໍາໃຊ້ກາລະໂອກາດຫຼາຍສຸດຈາກ UKVTFA.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ.

ໂດຍ: ຈາງຫງວຽນ