leftcenterrightdel
ທ່ານນາງ Carolyn Turk ຜູ້ອໍານວຍການທະນາຄານໂລກ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ບ້ວງເງິນສິນເຊື່ອມີມຸນຄ່າ 221,5 ລ້ານໂດລາສະຫະລັດ ຈະໄດ້ມອບເຂົ້າງົບປະມານໂດຍກົງ, ດ້ວຍບັນດາມາດຕາບູລິມະສິດໃນໄລຍະ 30 ປີກັບເວລາຜ່ອນຜັນຕື່ມອີກແມ່ນ 5 ປີ. ບ້ວງເງິນສິນເຊື່ອນີ້ແມ່ນເພື່ອສົ່ງເສີມການປະຕິຮູບນະໂຍບາຍຕາມສອງເສົາຄໍ້າ: ທີໜຶ່ງ, ໜູນຊ່ວຍການຟື້ນຟູເສດຖະກິດທີ່ມີລັກສະນະກວມລວມຜ່ານການຫຼຸດການຈ່າຍພາສີໃຫ້ວິສາຫະກິດ, ປົວແປງການເຂົ້າເຖິງດ້ານການເງິນໃຫ້ດີຂຶ້ນຂອງກຸ່ມທີ່ມີຄວາມສ່ຽງສູງ, ຮັດແຄບໄລຍະຫ່າງຢູ່ບ່ອນເຮັດວຽກ ແລະຊຸກຍູ້ການເງິນຮອບດ້ານ; ທີສອງ, ປະກອບສ່ວນເຂົ້າໃນການຫັນບັນດາມາດຕະການການຄ້າ, ຊຸກຍູ້ລັດຖະບານເອເລັກໂຕນິກໃຫ້ເປັນສີຂຽວ ແລະເພີ່ມທະວີການນໍາໃຊ້ ພະລັງງານທົດແທນ.

ໂດຍ: ໄຊນີດາ