ຈຳນວນປະຊາກອນຫວຽດນາມ ຫຼາຍກວ່າ 60% ໄດ້ຮັບການສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ
ໄລ່ຮອດຕອນເຊົ້າວັນທີ 18 ທັນວາ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ໄດ້ຫຼາຍກວ່າ 137,5 ລ້ານໂດສ, ໃນນັ້ນ, ຈໍານວນວັກຊິນທີ່ສັກໃຫ້ປະຊາຊົນມີອາຍຸແຕ່ 18 ປີຂຶ້ນໄປແມ່ນຫຼາຍກວ່າ 128 ລ້ານໂດສ ແລະ ກວ່າ 58 ລ້ານໂດສ ແມ່ນເຂັມທີ 2; 1,09 ລ້ານໂດສ ແມ່ນສັກເຂັມທີ 3. ອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 96.8% ແລະ ອັດຕາການສັກວັກຊິນ 2 ເຂັມແມ່ນ 80.8% ຈຳນວນປະຊາກອນມີອາຍຸແຕ່ 18 ປີຂຶ້ນໄປ.
ຢູ່ຫວຽດນາມ, ບັ້ນສັກວັກຊິນກັນໂຄວິດ-19 ໄດ້ຮັບການປະຕິບັດນັບແຕ່ເດືອນກໍລະກົດ 2021 ຫາເດືອນ 4 ປີ 2022 ດ້ວຍເປົ້າໝາຍໃຫ້ປະຊາຊົນມີອາຍຸແຕ່ 18 ປີຂຶ້ນໄປຢ່າງໜ້ອຍ 50% ໄດ້ຮັບການສັກວັກຊິນໃນປີ 2021 ແລະ ຮອດທ້າຍເດືອນມັງກອນປີ 2022 ຈະສັກວັກຊິນໃຫ້ໄດ້ 70% ຈຳນວນປະຊາກອນ. ເປັນອັນວ່າ ບັ້ນສັກວັກຊິນກັນໂຄວິດ-19 ຂອງ ຫວຽດນາມ ໄດ້ບັນລຸເປົ້າໝາຍໄວກວ່າທີ່ຄາດໄວ້. ອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມຂອງຫວຽດນາມ/ຈຳນວນປະຊາກອນ ແມ່ນຢືນອັນດັບທີ 4 ໃນພາກພື້ນ (ຖັດຈາກສິງກະໂປ ກຳປູເຈຍ ແລະ ບຣູໄນ). ຖ້າຫາກໄລລວມເຖິງຈຳນວນເດັກໄວ 12-18 ປີທີ່ໄດ້ວັກຊິນກັນໂຄວິດ-19 ນັ້ນ, ອັດຕາສ່ວນປະຊາກອນທີ່ໄດ້ຮັບການສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມຢູ່ຫວຽດນາມ ບັນລຸກວ່າ 60%. ເປັນອັນວ່າ, ດ້ວຍອັດຕາສ່ວນກວ່າ 60% ຈຳນວນປະຊາກອນ ໄດ້ຮັບການສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມນັ້ນ, ຫວຽດນາມ ໄດ້ລື່ນກາຍ 20% ເມື່ອທຽບໃສ່ເປົ້າໝາຍຂອງອົງການອະນາໄມໂລກ (WHO) ວາງອອກໃນປີ 2021.
ແຫຼ່ງຄັດຈາກ: vovworld.vn