ຢູ່ພາກພື້ນອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້, ມີ 27 ອົງການໄດ້ຮັບການຮັບຮອງ, Viettel ແມ່ນວິສາຫະກິດໜຶ່ງດຽວຂອງຫວຽດນາມ ທີ່ລອດເຂົ້າໃນບັນຊີລາຍຊື່ນີ້. ຄຽງຂ້າງນັ້ນຍັງມີມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ສັງກັດຂົງເຂດຮາກຖານການສຶກສາມະຫາວິທະຍາໄລ, ສະຖາບັນວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໄດ້ເຂົ້າຢູ່ໃນປະເພດອົງການຄົ້ນຄວ້າຂອງລັດຖະບານ.

leftcenterrightdel
Viettel ແມ່ນວິສາຫະກິດນໍາໜ້າກ່ຽວກັບການຫັນປ່ຽນໃໝ່ປະດິດສ້າງຢູ່ພາຍໃນປະເທດ ແລະອາຊີຕາເວັນອອກສ່ຽງໃຕ້. ພາບ: ວັນຝອງ.

ຕາມບັນຊີລາຍຊື່ຂອງອົງການຄຸ້ມຄອງການປະດິດສ້າງ ແລະຍີ່ຫໍ້ອາເມລິກາ (USPTO) ແລ້ວ, Viettel ແມ່ນວິສາຫະກິດອຸດສາຫະກໍາ-ເຕັກໂນໂລຢີສູງຂອງຫວຽດນາມ ທີ່ມີຫຼາຍໃບຢັ້ງຢືນປະດິດສ້າງທີ່ໄດ້ຮັບການປົກປ້ອງສິດຜູກຂາດຂອງອາເມລິກາ ຫຼາຍທີ່ສຸດ.

Viettel ກໍ່ແມ່ນບໍລິສັດໜຶ່ງດຽວໃນໂລກທັງເປັນເຈົ້າຂອງກຳມະສິດເຄືອຂ່າຍ, ທັງຄົ້ນຄວ້າພັດທະນາອຸປະກອນໂທລະຄົມມະນາຄົມ. ເລື່ອງ Viettel ທົດລອງສໍາເລັດການໂທວິດີໂອຢູ່ອຸປະກອນຮັບ-ສົ່ງສັນຍານ gNodeB 5G ທີ່ຄົ້ນຄວ້າ ແລະຜະລິດເອງໃນຕົ້ນປີ 2021 ນັ້ນໄດ້ນໍາຫວຽດນາມ ເຂົ້າໄປຢູ່ໃນບັນຊີລາຍຊື່ 6 ປະເທດທີ່ເປັນເຈົ້າຂອງເຕັກໂນໂລຊີ 5G.

ທ່ານ ເລດັງຢູງ ຮັກສາການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ຢັ້ງຢືນວ່າ “Viettel ໃຫ້ຄໍາໝັ້ນສັນຍາດ້ວຍວິໄສທັດປະດິດສ້າງ ເພື່ອມະນຸດ ແລະກໍານົດຍຸດທະສາດລຸລ່ວງຂອງກຸ່ມບໍລິສັດແມ່ນນຳໜ້າ, ເປັນກຳລັງຫຼັກແຫຼ່ງໃນການສ້າງສັງຄົມດີຈີຕອນ. ສະນັ້ນ, Viettel ຍາມໃດກໍ່ຈະນຳໜ້າໃນການຊຸກຍູ້ການຄົ້ນຄວ້າ, ພັດທະນາເພື່ອເປັນເຈົ້າຂອງເຕັກໂນໂລຢີແກ່ນສານເພື່ອປະຕິບັດຍຸດທະສາດ “Make in Vietnam” ແລະຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດ”.

ໂດຍ: ເກື່ືອງດັ້ງ