ປັດຈຸບັນ, Viettel ພວມເປັນເຄື່ອງໝາຍການຄ້າຫວຽດນາມ ໜຶ່ງດຽວທີ່ນອນໃນບັນຊີລາຍຊື່ 500 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດໃນໂລກ ດ້ວຍການກໍານົດລາຄາ 6,016 ຕື້ໂດລາສະຫະລັດ, ຢືນອັນດັບ 325 ຂອງໂລກ.

ໄປຄຽງຄູ່ກັບການຜະລິດ, ດໍາເນີນທຸລະກິດ, Viettel ຍັງຕັ້ງໜ້າໝູນໃຊ້ເຕັກໂນໂລຢີເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ພ້ອມທັງປະກອບເງິນສົດ ແລະການບໍລິການ ເພື່ອໜູນຊ່ວຍປະຊາຊົນ ແລະວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ.

leftcenterrightdel
ພິທີປະກາດທອັບ 10 ເຄື່ອງໝາຍການຄ້າໃຫຍ່ທີ່ສຸດຢູ່ຫວຽດນາມ 2020-2021. ພາບ: qdnd.vn

ເຂົ້າຮ່ວມການຕ້ານພະຍາດໂຄວິດ-19, Viettel ໄດ້ບໍລິຈາກເງິນ 450 ຕື້ດົ່ງເຂົ້າກອງທຶນວັກຊິນ, ບໍລິຈາກເງິນ 110 ຕື້ດົ່ງຊ່ວຍເຫຼືອຄົນທຸກຍາກຢູ່ນະຄອນໂຮ່ຈີມິນ ແລະບາງແຂວງຢູ່ພາກໃຕ້ ແລະມອບເງິນສົດຈໍານວນ 16 ຕື້ດົ່ງໃຫ້ຫຼາຍທ້ອງຖິ່ນ. ພ້ອນກັນນັ້ນ, Viettel ຍັງແມ່ນວິສາຫະກິດເຕັກໂນໂລຢີຫຼັກແຫຼ່ງໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ສະໜອງມາດຕະການ ຄື: ໜູນຊ່ວຍ, ໃຫ້ຄໍາປຶກສາແກ່ການກວດ, ປິ່ນປົວພະຍາດທາງໄກ Telehealth, ການຄຸ້ມຄອງການສັກວັກຊິນກັນໂຄວິດ-19 ແຫ່ງຊາດ, ຜັນຂະຫຍາຍການຕິດຕັ້ງກ້ອງວົງຈອນປິດຕິດຕາມຢູ່ຕາມສູນຈໍາກັດບໍລິເວນແຫ່ງຕ່າງໆ...

ໃນເວທີສາກົນ, Viettel ສືບຕໍ່ພິສູດໃຫ້ເຫັນບົດບາດເປັນວິສາຫະກິດເຕັກໂນໂລຢີຫຼັກແຫຼ່ງຂອງປະເທດ. Viettel ຫາກໍ່ກາຍເປັນບໍລິສັດໂທລະຄົມທີ່ມີລະດັບ 5G ໄວທີ່ສຸດໃນອາຊີ, ບັນລຸສະຖິຕິ 4,7Gbps ໃນການທົດລອງຄັ້ງຫຼ້າສຸດ. ນອກຈາກນີ້, Viettel ຍັງແມ່ນວິສາຫະກິດຫວຽດນາມ ທີ່ມີໃບປະດິດຫຼາຍທີ່ສຸດຢູ່ອາເມລິກາ, ປະກອບສ່ວນສໍາຄັນເຂົ້າໃນວິໄສທັດ “Make in Vietnam” ຂອງປະເທດ.

ໂດຍ: ໄຊຊະນະ