ນີ້ແມ່ນຄັ້ງທຳອິດທີ່ຜະລິດຕະພັນກະເສດຂອງຫວຽດນາມ ໄດ້ສົ່ງອອກໄປຍັງຕະຫຼາດເອີລົບ ຕາມຮູບການຜ່ານເວັບໄຊການຄ້າເອເລັກໂຕນິກຂ້າມຊາດ. ເລື່ອງສົ່ງອອກໝາກລີ້ນຈີ່ ຈຳນວນດັ່ງກ່າວປະສົບຜົນສຳເລັດແມ່ນບາດກ້າວເດີນທີ່ເປັນໜ້າຮັບຮູ້ຕໍ່ກັບຂະແໜງການຄ້າເອເລັກໂຕນິກຂອງຫວຽດນາມ ໃນການນຳເອົາຜະລິດຕະພັນກະເສດສົດ,  ມີຄຸນນະພາບສູງອອກສູ່ຕະຫຼາດຕ່າງປະເທດ.

leftcenterrightdel
ລົດຂົນສົ່ງໝາກລີ້ນຈີ່ ຂອງເວັບໄຊການຄ້າເອເລັກໂຕນິກຫວໍຊໍ່ ຢູ່ບັ໋ກຢາງ. ພາບ: ວັນເທືອງ.

ດ້ວຍຜົນສຳເລັດເບື້ອງຕົ້ນຈາກການສົ່ງອອກໝາກລີ້ນຈີ່ບັ໋ກຢາງ 3 ໂຕນນັ້ນ, ໃນໄລຍະຈະມາເຖິງ, ເວັບໄຊການຄ້າເອເລັກໂຕນິກຫວໍຊໍ່ ຈະສືບຕໍ່ໜູນຊ່ວຍວິສາຫະກິດສົ່ງອອກຂອງຫວຽດນາມ ໄດ້ສຳຜັດກັບວິທີສົ່ງອອກແບບໃໝ່, ເປີດກວ້າງຕະຫຼາດສົ່ງອອກໃຫ້ຜະລິດຕະພັນຫວຽດນາມ. ນີ້ກໍ່ແມ່ນປະຖົມປັດໄຈ ເພື່ອໃຫ້ວິສາຫະກິດຂອງຫວຽດນາມ ສົ່ງອອກສິນຄ້າຜ່ານເວັບໄຊການຄ້າເອເລັກໂຕນິກຂ້າມຊາດ ຢູ່ລະບົບເວັບໄຊການຄ້າເອເລັກໂຕນິກຂອງຫວຽດນາມ, ພ້ອມທັງຢັ້ງຢືນຖານະທີ່ຕັ້ງຂອງສິນຄ້າຫວຽດນາມ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ໃນໂລກອີກດ້ວຍ.

ໂດຍ: ແສງເດືອນ