ໂດຍປຸກລະດົມແຕ່ວັນທີ 10 ມິຖຸນາ, ພາຍຫຼັງ 3 ເດືອນ, ຄະນະຈັດຕັ້ງໄດ້ຮັບເອົາ 257 ສໍາເນົາທີ່ມາຈາກ 8 ປະເທດໃນໂລກເຂົ້າຮ່ວມການແຂ່ງຂັນ. ຕາມຄະນະຈັດຕັ້ງແລ້ວ, ບັນດາສໍາເນົນດັ່ງກ່າວແມ່ນສອດຄ່ອງກວ່າກັບມາດຖານການແຂ່ງຂັນ. ສິ້ນສຸດຮອບຄັດເລືອກ, ຄະນະຈັດຕັ້ງ Viet Solutions 2021 ເລືອກໄດ້ 32 ທີມເຂົ້າຮ່ວມຮອບຕໍ່ໄປ.

leftcenterrightdel
ຮອບຄັດເລືອກຂອງການແຂ່ງຂັນ Viet Solutions 2021. ພາບ: qdnd.vn

32 ທີມທີ່ດີທີ່ສຸດຂອງຮອບຄັດເລືອກໄດ້ເຂົ້າຮ່ວມ Pitch Day, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ຕຸລາ. ຢູ່ທີ່ນີ້, ຄະນະກໍາມະການຈະຄັດເລືອກເອົາ 10 ທີມທີ່ມີທ່າແຮງບົ່ມຊ້ອນທີ່ສຸດເພື່ອບໍາລຸງສ້າງ ແລະແນະນໍາ ເພື່ອປັບປຸງຜະລິດຕະພັນໃຫ້ສໍາເລັດໃນຮອບ Camping Day. ຮອບຊີງຊະນະເລີດຂອງການແຂ່ງຂັນຈະດໍາເນີນໃນວັນທີ 16 ຕຸລາ ແລະຈະເລືອກເອົາ 5 ທີມຊະນະ. ອັນດັບຂອງແຕ່ລະທີມຈະໄດ້ປະກາດໃນວັນທີ 18 ຕຸລາ.

ການແຂ່ງຂັນຊອກຫາແນວຄວາມຄິດ, ຜະລິດຕະພັນເຕັກໂນໂລຢີ, ສຸມໃສ່ 10 ຂົງເຂດ ແມ່ນ ສາທາລະນະສຸກ; ການສຶກສາ; ການເງິນ-ທະນາຄານ; ກະສິກໍາ; ການຄົມມະນາຄົມຂົນສົ່ງ-ໂລຈິດສະຕິກ; ພະລັງງານ; ຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມ; ການຜະລິດອຸດສາຫະກໍາ, ມາດຕະການບັນເທີງ-ຜົນປະໂຫຍດ ແລະການຄຸ້ມຄອງວິສາຫະກິດ.

ທີມໃດທີ່ຍາດໄດ້ລາງວັນທີໜຶ່ງຈະໄດ້ຮັບເງິນສົດ 300 ລ້ານດົ່ງ. ສອງທີມໄດ້ຮັບລາງວັນທີສອງ, ແຕ່ລະທີມໄດ້ຮັບເງິນສົດ 200 ລ້ານດົ່ງ, ສອງທີມໄດ້ຮັບລາງວັນທີສາມ, ທີມລະໄດ້ຮັບ 150 ລ້ານດົ່ງ. ຄຽງຄ້າງນັ້ນ, ບັນດາທີມຈະມີໂອກາດເຊັນສັນຍາຮ່ວມມືດໍາເນີນທຸລະກິດກັບ Viettel ແລະໄດ້ຮັບກໍາໄລສູງເຖິງ 75% ຈາກສັນຍານີ້.

ໂດຍ: ທະນາພອນ