ລັດຖະບານ ຫາກໍ່ປະກາດໃຊ້ມະຕິສະບັບເລກທີ 122/NQ-CP ວ່າດ້ວຍການຊື້ວັກຊິນກັນໂຄວິດ-19 ໂດຍ AstraZeneca ຜະລິດ ຂອງລັດຖະບານ ຮຸງກາຣີ.

leftcenterrightdel
ວັກຊິນກັນໂຄວິດ-19 AstraZeneca. ພາບ: ສຳນັກຂ່າວສານຫວຽດນາມ.

ລັດຖະບານ ຕົກລົງເລື່ອງທ່ານນາຍົກລັດຖະມົນຕີ ອະນຸຍາດໃຫ້ນຳໃຊ້ຮູບການຄັດເລືອກຜູ້ຮັບເໝົາໃນກໍລະນີພິເສດ ທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 26 ຂອງກົດໝາຍວ່າດ້ວຍການປະມູນໃນການຊື້ວັກຊິນກັນໂຄວິດ-19 ຈໍານວນ 400.000 ໂດສ ໂດຍ AstraZeneca ຜະລິດຂອງລັດຖະບານ ຮຸງກາຣີ.

ລັດຖະບານ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ດຳເນີນການຊື້ວັກຊິນກັນໂຄວິດ-19 ໂດຍ AstraZeneca ຜະລິດຂອງລັດຖະບານ ຮຸງກາຣີ ໂດຍດ່ວນ, ຮັບປະກັນຄຸນນະພາບຂອງວັກຊິນ, ມີປະສິດທິຜົນ, ຄວາມຄືບໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ແສງເດືອນ