ໄລ່ຮອດເດືອນ ສິງຫາ 2021, Viettel ມີໃບລົງທະບຽນປະດິດສ້າງຢູ່ພາຍໃນປະເທດທັງໝົດ 339 ໃບ, ໃບລົງທະບຽນປະດິດສ້າງຢູ່ອາເມລິກາ 49 ໃບ. ໃນນັ້ນ, 44 ໃບໄດ້ອອກໃຫ້ຢູ່ຫວຽດນາມ ແລະ 7 ໃບໄດ້ອອກໃຫ້ຢູ່ອາເມລິກາ.

leftcenterrightdel
ໃບຢັ້ງຢືນປະດິດສ້າງຂອງ Viettel ໄດ້ໝູນໃຊ້ຫຼາຍໃນຜະລິດຕະພັນທີ່ຮັບໃຊ້ໃຫ້ແກ່ລູກຄ້າ. ພາບ: qdnd.vn.

ແຕ່ລະປີ, ຈໍານວນໃບຢັ້ງຢືນສິດຜູກຂາດທີ່ອອກໃຫ້ Viettel ນັ້ນໄດ້ເພີ່ມຂຶ້ນ 142%, ທົບເກືອບ 8 ເທົ່າເມື່ອທຽບໃສ່ລະດັບເພີ່ມຂຶ້ນສະເລ່ຍ 18% ຂອງເຈົ້າຂອງໃບລົງທະບຽນຢູ່ພາຍໃນປະເທດ. Viettel ກໍາລັງແມ່ນກົມກອງນຳໜ້າ ແລະຫຼັກແຫຼ່ງໃນການປະຕິບັດຍຸດທະສາດຊັບສິນທາງປັນຍາຈົນຮອດປີ 2030 ຂອງນາຍົກລັດຖະມົນຕີດ້ວຍເປົ້າໝາຍຈໍານວນໃບລົງທະບຽນປະດິດສ້າງ ແລະໃບປົກປ້ອງປະດິດສ້າງເພີ່ມຂຶ້ນສະເລ່ຍ 16-18%/ປີ.

ໂດຍ: ໄຊນີດາ