leftcenterrightdel
9 ຂໍ້ຄວນປະຕິບັດເມື່ອຕ້ອງກັກໂຕຢູ່ບ້ານ. ພາບ: laoedaily.com.la.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໄດ້ແນະນໍາວ່າ ຂໍ້ຄວນປະຕິບັດເມື່ອຕ້ອງກັກໂຕຢູ່ບ້ານຄືດັ່ງນີ້:

1. ຢູ່ບ້ານ, ບໍ່ເດີນທາງອອກໄປຂ້າງນອກຫາກບໍ່ຈຳເປັນ.

2. ບໍ່ຄວນໃຫ້ຄົນນອກມາເຮືອນ ຫຼື ມາຢ້ຽມຢາມໃນໄລຍະນີ້.

3. ໃສ່ຜ້າປິດປາກ-ດັງ ຫາກທ່ານຢູ່ຮ່ວມກັບຫຼາຍຄົນ.

4. ຮັກສາມາດລະຍາດໄອຈາມ.

5. ແຍກຂອງໃຊ້ສ່ວນໂຕ.

6. ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ.

7. ຫຼີກລ້ຽງການຮັບປະທານອາຫານຮ່ວມກັນ, ຮັບປະທານອາຫານຄົນລະເວລາ ຫຼື ເວັ້ນໄລຍະຫ່າງ 2 ແມັດ, ເປີດປະຕູປ່ອງຢ້ຽມໃຫ້ອາກາດຖ່າຍເທ.

8. ໃຊ້ຫ້ອງນ້ຳແຍກຈາກຜູ້ອື່ນ, ແຕ່ຖ້າຈຳເປັນຕ້ອງໃຊ້ຮ່ວມກັນໃຫ້ໃຊ້ເປັນຄົນສຸດທ້າຍປິດຝາຊັກໂຄກກ່ອນກົດນ້ຳ ແລະເຮັດຄວາມສະອາດທັນທີດ້ວຍນ້ຳຢາຂ້າເຊື້ອພາຍຫຼັງໃຊ້ແລ້ວ.

9. ໝັ່ນສັງເກດອາການຕົນເອງ, ຫາກມີອາການໄຂ້, ປວດເມື່ອຍຕາມຕົນໂຕ ຫຼືເມື່ອຍງ່າຍຄວນໄປພົບແພດທັນທີ ແລະແຍກໂຕອອກຈາກຄົນອ້ອມຂ້າງ.

ແຫຼ່ງຄັດຈາກ: laoedaily.com.la