ຕາມທ່ານ Kunio Izawa, ເຈົ້າຄອງນະຄອນ Kokubunji ແລ້ວ, ປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມລ້ວນແຕ່ປາດຖະໜາຢາກໃຫ້ນັກກິລາຫວຽດນາມ ພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນເພື່ອບັນລຸຜົນງານດີທີ່ສຸດ.

ຄາດວ່າເຫດການ “ສະບາຍດີຫວຽດນາມ” ຈະດໍາເນີນໃນວັນທີ 31 ກໍລະກົດ, ວັນທີ 1, 28 ແລະ 29 ສິງຫາ. ໃນຂອບເຂດເຫດການນີ້, Kokubunji ຈະຈັດຫຼາຍກິດຈະກໍາເພື່ອແນໃສ່ແນະນໍາກ່ຽວກັບປະເທດ ແລະຊາວຫວຽດນາມ. 

leftcenterrightdel
ປະຊາຊົນນະຄອນ Kokubunji ເບິ່ງຂໍ້ມູນແນະນໍາເຖິງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

Kokubunji ແມ່ນໜຶ່ງໃນບັນດານະຄອນປະເທດເຈົ້າພາບຂອງຄະນະນັກກິລາຫວຽດນາມ ເຂົ້າຮ່ວມ Olympic ແລະ Paralympic ໂຕກຽວ 2020. ເດືອນ ຕຸລາ 2019, Paralympic ໄດ້ເຊັນບົດບັນທຶກຊ່ວຍຈໍາກັບກົມໃຫຍ່ກິລາກາຍຍະກໍາຫວຽດນາມ ກ່ຽວກັບເລື່ອງນະຄອນນີ້ຕ້ອນຮັບນັກກິລາພິການຫວຽດນາມ ປະເພດລອຍນໍ້າມາຝຶກແອບກ່ອນທີ່ເຂົ້າຮ່ວມ Paralympic. ເຖິງຢ່າງໃດກໍ່ຕາມ, ຍ້ອນພະຍາດໂຄວິດ-19 ແຜ່ລະບາດດັ່ງນັ້ນທາງນະຄອນຈຶ່ງບໍ່ໄດ້ຮັບນັກກິລາຫວຽດນາມ ມາຝຶກແອບຄືໃນແຜນການເບື້ອງຕົ້ນ.

ໂດຍ: ກວຽດເຕີມ