ສໍາລັບ 130 ສູນຈໍາກັດບໍລິເວນຢູ່ 125 ຕາແສງຂອງແຂວງບັ໊ກຢາງ, Viettel ໄດ້ລະດົມແຫຼ່ງກໍາລັງຢ່າງສຸດຂີດເພື່ອຕິດຕັ້ງກ້ອງວົງຈອນປິດ 1.000 ໜ່ວຍໃຫ້ແລ້ວພາຍໃນເວລາ 5 ວັນ, ໄວທົບສອງເທົ່າເມື່ອທຽບໃສ່ຄວາມຄືບໜ້າຕາມປົກກະຕິ.

leftcenterrightdel
ຢູ່ແຂວງບັ໊ກຢາງ, Viettel ໄດ້ຕິດຕັ້ງກ້ອງວົງຈອນປິດ 1.000 ໜ່ວຍພາຍໃນເວລາ 5 ວັນ, ໄວທົບສອງເທົ່າເມື່ອທຽບໃສ່ຄວາມຄືບໜ້າຕາມປົກກະຕິ. ພາບ: qdnd.vn.

ດ້ວຍການຜັນຂະຫຍາຍກ້ອງວົງຈອນປິດຂອງ Viettel, ບັນດາອົງການຄຸ້ມຄອງປ້ອງກັນ, ຕ້ານພະຍາດໂຄວິດ-19 ສາມາດຕິດຕາມການເຄື່ອນໄຫວຢູ່ສູນຈໍາກັດບໍລິເວນຈາກລະບົບຄຸ້ມຄອງຕະຫຼອດ 24 ຊົ່ວໂມງ. ເພື່ອຮັບປະກັນຄວາມປອດໄພໃຫ້ພະນັກງານ, ພາລະກອນ ແລະສັງຄົມ, ພະນັກງານ, ບຸກຄະລາກອນຂອງ Viettel ທີ່ເຂົ້າຮ່ວມບັ້ນຮົບຢູ່ສູນຈໍາກັດບໍລິເວນໄດ້ປະກອບອຸປະກອນປ້ອງກັນພະຍາດໂຄວິດ-19 ຢ່າງຄົບຖ້ວນ, ຝຶກອົບຮົມທັກສະປ້ອງກັນພະຍາດໂຄວິດ-19. ພາຍຫຼັງປະຕິບັດສໍາເລັດໜ້າທີ່, ພະນັກງານ, ບຸກຄະລາກອນຂອງ Viettel ລ້ວນແຕ່ປະຕິບັດການແຍກປ່ຽວ 21 ວັນຢູ່ເຮືອນຕາມຂໍ້ກຳນົດ.

ທ່ານພົນຈັດຕະວາ ເລດັງຢຸງ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ: “ແມ່ນວິສາຫະກິດເຕັກໂນໂລຢີຫຼັກແຫຼ່ງຂອງປະເທດຊາດ, Viettel ມີຄວາມຮັບຜິດຊອບປະກອບສ່ວນມາດຕະການເຕັກໂນໂລຢີປະຕິບັດເປົ້າໝາຍຂອງແຫ່ງຊາດ. ດ້ວຍຈິດໃຈຂອງຜູ້ເປັນທະຫານ, ພວກຂ້າພະເຈົ້າ ຍາມໃດກໍ່ມີໜ້າຢູ່ດ່ານໜ້າເພື່ອຮັບປະກັນຄວາມປອດໄພໃຫ້ປະຊາຊົນ ແລະສັງຄົມ”.

ໂດຍ: ກວຽດເຕິມ