ທ່ານ ຟ້າມມີງຈິ໊ງ ເນັ້ນໜັກວ່າ ໜ້າທີ່ສຳຄັນທີ່ສຸດ, ຄວນບຸລິມະສິດສູງສຸດໃນປະຈຸບັນແມ່ນສຸມກໍາລັງເພື່ອຕ້ານພະຍາດໂຄວິດ-19. ທັງລະບົບການເມືອງ, ບັນດາອົງການ, ເປັນຕົ້ນແມ່ນທ້ອງຖິ່ນຕ່າງໆບໍ່ໄດ້ປະໝາດ, ຂາດສະຕິລະວັງຕົວ, ບໍ່ໄດ້ຄອງຖ້າ ແລະອາໄສການນຳຂັ້ນເທິງຢ່າງເດັດຂາດ; ບ່ອນໃດ, ຂັ້ນໃດ, ຜູ້ໃດມີແນວຄິດຄືດັ່ງກ່າວແມ່ນຕ້ອງຢຸດໂດຍທັນທີ. ໜ້າທີ່ສຳຄັນທີ 2 ແມ່ນຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນທຸກຂັ້ນ ໃຫ້ປະສົບຜົນສຳເລັດ ແລະປອດໄພ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ເປັນປະທານກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ສຳລັບບັນດາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ ຢຸດຕິແນວຄິດປະໝາດ,  ລະເລີຍ, ຂາດສະຕິລະວັງຕົວເມື່ອບໍ່ທັນມີການແຜ່ລະບາດພະຍາດ, ແຕ່ເມື່ອພະຍາດແຜ່ລະບາດ ພັດຕື່ນເຕັ້ນກະວົນກະວາຍ, ຂາດຄວາມທຸ່ນທ່ຽງ, ນໍາໃຊ້ບັນດາມາດຕະການບໍ່ເໝາະສົມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ: “ແຂວງເອົາໃຈໃສ່ເບິ່ງແຍງໃຫ້ແຂວງ, ເມືອງເອົາໃຈໃສ່ເບິ່ງແຍງໃຫ້ເມືອງ, ຕາແສງເອົາໃຈໃສ່ເບິ່ງແຍງໃຫ້ຕາແສງ,  ບ້ານເອົາໃຈໃສ່ເບິ່ງແຍງໃຫ້ບ້ານ ແລະແຕ່ລະຄົນຕ້ອງເອົາໃຈໃສ່ເບິ່ງແຍງໃຫ້ແກ່ຕົນເອງ ເພື່ອສຸຂະພາບຂອງວົງຄະນະຍາດ, ເພື່ອຜົນປະໂຫຍດຂອງປະເທດຊາດ". ພ້ອມກັນນັ້ນ, ຕ້ອງເພີ່ມທະວີການຕິດຕາມກວດກາ, ຄວບຄຸມສະຖານະການ, ຂັ້ນເທິງກວດກາຂັ້ນລຸ່ມ, ແຕ່ລະບ້ານ, ຕາແສງ, ເມືອງ, ເທດສະບານເມືອງແມ່ນປ້ອມຕ້ານພະຍາດໂຄວິດ-19.

ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງສາທາລະນະສຸກ ແລະບັນດາອົງການອື່ນໆຍູ້ແຮງການໂຄສະນາເຜີຍແຜ່ ແລະໃຫ້ຂໍ້ມູນຢ່າງຈະແຈ້ງ, ຊັດເຈນເຖິງປະຊາຊົນກ່ຽວກັບສະພາບການພະຍາດ, ມາດຕະການໄດ້ຜັນຂະຫຍາຍ, ຄາດຄະເນສະພາບການ ແລະມາດຕະການ, ແຜນການ, ວິທີການຮັບມືໃນໄລຍະຈະມາເຖິງ...

ໂດຍ: ທະນາພອນ