ນີ້ກໍ່ແມ່ນຄັ້ງທຳອິດທີ່ເຄືອຂ່າຍມືຖືຂອງຫວຽດນາມ ໄດ້ຮັບໃບຢັ້ງຢືນນີ້. ແລກປ່ຽນກັບນັກຂ່າວ, ທ່ານ Hakan Ekmen - CEO Telecommunication Umlaut ເນັ້ນໜັກວ່າ ໝາກຜົນນີ້ສະແດງໃຫ້ເຫັນການພັດທະນາຢ່າງແຮງຂອງຂະແໜງໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານຢູ່ຫວຽດນາມ.

leftcenterrightdel
ໃບຢັ້ງຢືນ “Best in Test” ມອບໃຫ້ Viettel. ພາບ: qdnd.vn.

ນັກຂ່າວ: ຂໍຮຽນທ່ານ, ຫວ່າງມໍ່ໆມານີ້, Viettel ກາຍເປັນບໍລິສັດໂທລະຄົມມະນາຄົມແຫ່ງທໍາອິດໄດ້ຮັບໃບຢັ້ງຢືນ “Best in Test” ຢູ່ຫວຽດນາມ. ສິ່ງດັ່ງກ່າວມີຄວາມໝາຍຄືແນວໃດກ່ຽວກັບຄຸນນະພາບເຄືອຂ່າຍໂທລະຄົມມະນາຄົມ?

ທ່ານ Hakan Ekmen: ມາດຕະຖານຂອງ Umlaut ແມ່ນແນໃສ່ຊ່ວຍບັນດາບໍລິສັດໂທລະຄົມມະນາຄົມໃນທົ່ວໂລກພິສູດຄວາມສາມາດສະໜອງບໍລິການໃຫ້ຜູ້ບໍລິໂພກ ແລະວິສາຫະກິດກໍ່ຄືຍົກອອກບັນດາມາດຕະການເພື່ອສາມາດປັບປຸງຄຸນນະພາບການບໍລິການ. ຢູ່ຫວຽດນາມ, ພວກຂ້າພະເຈົ້າໄດ້ເກັບກຳ ແລະວິເຄາະກວ່າ 370 ລ້ານຕົວຢ່າງວັດແທກໃນໄລຍະປະມານ 6 ເດືອນ, ກວມປະມານ 99% ເຂດພູມສາດທີ່ມີຊຸມຊົນດໍາລົງຊີວິດ. ຕາມນັ້ນແລ້ວ, ບັນດາຜົນການວິເຄາະ ແລະຕີລາຄາຂອງພວກຂ້າພະເຈົ້າສະແດງໃຫ້ເຫັນວ່າ Viettel ມີເຄືອຂ່າຍດີທີ່ສຸດຢູ່ຫວຽດນາມ, ບັນລຸ 886/1.000 ຄະແນນ - ແມ່ນລະດັບຄະແນນປະທັບໃຈທີ່ສຸດ.

ນັກຂ່າວ: ຂໍຮຽນທ່ານ, ລະດັບຄະແນນນີ້ເວົ້າເຖິງສິ່ງໃດແດ່?

ທ່ານ Hakan Ekmen: ການໃຫ້ຄະແນນຂອງ Umlaut ແມ່ນຕີລາຄາຮອບດ້ານບັນດາປັດໄຈ, ເຂດປົກຄຸມ, ຄວາມໄວ ແລະຄວາມຊ້າຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການບໍລິການ. ວິທີການຂອງພວກຂ້າພະເຈົ້າໄດ້ສ່ອງແສງເຖິງຄຸນນະພາບການບໍລິການຂອງລູກຄ້າໃນບັນດາປະເພດອຸປະກອນຕົ້ນທາງ ແລະປາຍທາງ (Terminal equipment) ແລະປົກຄຸມທຸກເຂດຈາກຕົວເມືອງຈົນຮອດຊົນນະບົດ, ເຂດພູດອຍ, ທະເລໝູ່ເກາະ. ລະບົບຄະແນນຂອງ Umlaut ພວມໄດ້ນໍາໃຊ້ຢູ່ປະມານ 120 ປະເທດ. ສິ່ງນີ້ໝາຍຄວາມວ່າດ້ວຍກວ່າ 200 ບໍລິສັດໂທລະຄົມມະນາຄົມພວມໄດ້ຮັບການຕີລາຄາຕາມວິທີການນີ້.

ອາດເວົ້າໄດ້ວ່າ, ຄຸນນະພາບການບໍລິການຂອງ Viettel ດີທີ່ສຸດ, ມີລັກສະນະຕໍ່ເນື່ອງໃນຂອບເຂດທົ່ວປະເທດ. ພວກເຮົາສາມາດເຫັນໄດ້ຢ່າງຈະແຈ້ງໝາກຜົນນີ້ຢູ່ທຸກບ່ອນ. ສິ່ງນີ້ສະແດງໃຫ້ເຫັນຄຸນນະພາບການບໍລິການຂອງ Viettel ແມ່ນດີທີ່ສຸດ.

ນັກຂ່າວ: Viettel ນອນໃນກຸ່ມບັນດາບໍລິສັດໂທລະຄົມມະນາຄົມທີ່ມີຈໍານວນຄະແນນທຽບເທົ່າກັບ Singtel (ສິງກະໂປ), Telstra (ອົດສະຕາລີ) T-Mobile, Vodafone, Telefonica (ເຢຍລະມັນ)... ທ່ານກໍ່ໃຫ້ຂໍ້ສັງເກດວ່າ Viettel ພວມຢູ່ໃນກຸ່ມບັນດາເຄືອຂ່າຍມືຖືດີທີ່ສຸດໃນໂລກ. ບັນດາບໍລິສັດໂທລະຄົມມະນາຄົມຂອງປະເທດພວມພັດທະນາສາມາດເຮັດສິ່ງດັ່ງກ່າວໄດ້ ຫຼືບໍ່?

ທ່ານ Hakan Ekmen: ຂ້າພະເຈົ້າ ເຫັນວ່າ Viettel ພວມເຄື່ອນໄຫວດີທີ່ສຸດ ແລະຄຸນນະພາບສາມາດທຽບເທົ່າກັບບັນດາບໍລິສັດໂທລະຄົມມະນາຄົມຢູ່ບັນດາປະເທດອຸດສະຫະກຳອື່ນໆ. ສິ່ງນີ້ກໍ່ສະແດງໃຫ້ເຫັນການພັດທະນາຢ່າງແຮງຂອງຂະແໜງໂທລະຄົມມະນາຄົມຢູ່ຫວຽດນາມ. ດ້ວຍສະພາບການຄືປະຈຸບັນ, ຂ້າພະເຈົ້າ ສາມາດຖືຫວຽດນາມ ຄືດັ່ງບັນດາປະເທດຢູ່ເອີລົບ: ອີຕາລີ ຫຼືເຢຍລະມັນ ກ່ຽວກັບໂທລະຄົມມະນາຄົມ.

ໄລຍະຫ່າງລະຫວ່າງອັນດັບທີໜຶ່ງ ແລະທີສອງດ້ວຍກວ່າ 180 ຄະແນນແມ່ນສູງທີ່ສຸດ. ສິ່ງນີ້ສືບຕໍ່ຢັ້ງຢືນທີ່ຕັ້ງຂອງ Viettel ໃນຕະຫຼາດບໍ່ພຽງແຕ່ຢູ່ພາຍໃນປະເທດເທ່ົານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງສາກົນອີກດ້ວຍ.

ນັກຂ່າວ: ເລື່ອງມີບໍລິສັດໂທລະຄົມມະນາຄົມລອດເຂົ້າທອັບບັນດາເຄືອຂ່າຍມືຖືດີທີ່ສຸດໃນໂລກ ຈະຊ່ວຍປັບປຸງຫຍັງແດ່ກ່ຽວກັບການຈັດອັນດັບໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານຂອງຫວຽດນາມ?

ທ່ານ Hakan Ekmen: ຂ້າພະເຈ້ົາເຊື່ອໝັ້ນວ່າ ບ່ອນທີ່ເຈົ້າຢືນໃນເວລານີ້ໄດ້ສົ່ງສັນຍານຄວາມຖີ່ກວ້າງແລ້ວນັ້ນແມ່ນຫຼັກຖານກ່ຽວກັບການປັບປຸງໃນຂົງເຂດໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານຂອງຫວຽດນາມ.

ໜຶ່ງໃນບັນດາເງື່ອນໄຂຕັດສິນເພື່ອໄດ້ຈັດອັນດັບໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານດີກວ່ານ້ັນແມ່ນຄວາມສາມາດສຳຜັດກັບພື້ນຖານໂຄງລ່າງເຕັກນິກດີຈີຕອນ. ເມື່ອສຳຜັດໄດ້ກັບບັນດາພື້ນຖານໂຄງລ່າງນີ້, ບັນດາການບໍລິການໄປນຳຈະໄດ້ຮັບການໜູນຊ່ວຍ, ຕົວຢ່າງຄືບັນດາ IoT ໃນທຸກຂະແໜງສິນຄ້າ.

ສະນັ້ນ, ເລື່ອງ Viettel ລອດເຂ້ົາທອັບບັນດາເຄືອຂ່າຍມືຖືດີທີ່ສຸດໃນໂລກແມ່ນບາດກ້າວພື້ນຖານເພື່ອຢັ້ງຢືນໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຈາກນັ້ນການຈັດອັນດັບຂະແໜງນີ້ກໍ່ຄ່ອຍໆເພີ່ມຂື້ນ.

ນັກຂ່າວ: ຕີລາຄາຄຸນນະພາບເຄືອຂ່າຍຂອງບັນດາບໍລິສັດໂທລະຄົມມະນາຄົມໃນໂລກໂດຍອີງໃສ່ວິທີການທົດລອງຕົວຈິງ, ທ່ານມີຂໍ້ສັງເກດແນວໃດເມື່ອວັດແທກ Viettel ກໍ່ຄືບັນດາບໍລິສັດໂທລະຄົມມະນາຄົມອື່ນໆຢູ່ຫວຽດນາມ?

ທ່ານ Hakan Ekmen: ວິທີການຕີລາຄາຈາກຂໍ້ມູນຂອງລູກຄ້າ (crowdsourcing) ແມ່ນທ່າອ່ຽງຫາກໍ່ປະກົດຂຶ້ນຫວ່າງມໍ່ໆມານີ້. ຄະແນນມາດຕະຖານສຳລັບມືຖື Umlaut ແມ່ນມາດຕະຖານຂະແໜງຕົວຈິງ, ຕີລາຄາພື້ນຖານໂຄງລ່າງເຕັກນິກດີຈີຕອນທົ່ວໂລກແບບສະເໝີພາບ ແລະໂປ່ງໃສ. ເມື່ອຫວນຄືນວິວັດການວັດແທກຂອງ Viettel, ຂ້າພະເຈົ້າພຽງແຕ່ປາດຖະໜາຢາກຕັກເຕື່ອນເຂົາເຈົ້າສືບຕໍ່ດຳເນີນວຽກງານກຳລັງເຮັດ. ນັ້ນແມ່ນລູກກະແຈເພື່ອນຳມາເຊິ່ງຜະລິດຕະພັນທີ່ມີຄຸນນະພາບດີທີ່ສຸດ.

ສິ່ງສຳຄັນເມື່ອເຈົ້າພວມຢືນອັນດັບທີໜຶ່ງນັ້ນແມ່ນຕ້ອງສືບຕໍ່ຮັກສາທ່າເຕີບໂຕນັ້ນໃຫ້ໄດ້.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ສົມເພັດ