ທ່ານພັນໂທ, ປອ ບຸ່ຍກວາງຕວ໊ຽນ ຜູ້ອໍານວຍການວິທະຍາຄານ Viettel ເນັ້ນໜັກວ່າ ພິທີຮັບໃບຍ້ອງຍໍແມ່ນກາລະໂອກາດເພື່ອໃຫ້ພະນັກງານ, ນັກຄົ້ນຄວ້າ, ນັກສຶກສາຢູ່ວິທະຍາຄານ Viettel ຮັບຮູ້, ຕອບບຸນແທນຄຸນພະນັກງານ, ພາລະກອນລຸ້ນຕ່າງທີ່ມີການປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ, ເຕີບໂຫຍ່ຂະຫຍາຍຕົວຂອງວິທະຍາຄານໃນຕະຫຼອດໄລຍະ 15 ປີຜ່ານມາ. ພ້ອມທັງສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈ, ຄວາມຄາດຫວັງ, ພາລະກິດຂອງວິທະຍາຄານ Viettel ໃນວຽກງານບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພັດທະນາ Viettel ມຸ່ງໄປເຖິງຜົນສໍາເລັດໃໝ່, ປະກອບສ່ວນຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

leftcenterrightdel
ວິທະຍາຄານ Viettel ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ. ພາບ: qdnd.vn.

ຕີລາຄາສູງຕໍ່ໝາກຜົນທີ່ບັນລຸໄດ້ຂອງວິທະຍາຄານ Viettel ໃນຕະຫຼອດໄລຍະ 15 ປີຜ່ານມາ, ທ່ານພົນຈັດຕະວາ ເລດັງຢຸງ ຮັກສາການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ຮັບຮູ້ການປະກອບສ່ວນ ແລະຊົມເຊີຍຜົນການຄົ້ນຄວ້າ, ຮໍ່າຮຽນຂອງນັກຄົ້ນຄວ້າ, ນັກສຶກສາ ແລະທ່ານໄດ້ເນັ້ນໜັກເຖິງບົດບາດ, ຄວາມໝາຍຂອງໜ້າທີ່ບໍາລຸງກໍ່ສ້າງ: ນັກຄົ້ນຄວ້າ, ນັກສຶກສາ Viettel ຕ້ອງຫັນປ່ຽນດີຈີຕອນດ້ວຍຕົນເອງໃຫ້ວ່ອງໄວ, ກໍ່ສ້າງສາງແຫ່ງຄວາມຮູ້, ນໍາເອົາເຄື່ອງມືເຂົ້າເຄື່ອນໄຫວໃນການຮໍ່າຮຽນ, ບໍາລຸງສ້າງ;...

ວິທະຍາຄານຄວນກາຍເປັນກົມກອງນໍາໜ້າໃນການເຄື່ອນໄຫວບໍາລຸງສ້າງທັງໝົດ, ຕອບສະໜອງຄວາມຕ້ອງການຮໍ່າຮຽນປະກອບພູມປັນຍາຢູ່ທຸກບ່ອນ, ທຸກແຫ່ງຫົນໃຫ້ພະນັກງານ, ພາລະກອນຂອງກຸ່ມບໍລິສັດຕາມ 4 ເສົາຄໍ້າຕົ້ນຕໍ: ບໍາລຸງພະນັກງານຄຸ້ມຄອງ; ບໍາລຸງສ້າງພະນັກງານຫັນປ່ຽນຍຸດທະສາດ; ບໍາລຸງສ້າງພະນັກງານທີ່ເປັນກຳລັງຫຼັກແຫຼ່ງ ແລະປະຕິບັດຕາມ; ບໍາລຸງສ້າງດ້ານວິຊາການ, ວິຊາສະເພາະ.

leftcenterrightdel
ທ່ານພົນຈັດຕະວາ ເລດັງຢຸງ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.

ທີ່ພິທີ, ວິທະຍາຄານ Viettel ເປັນກຽດເມື່ອໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ; ໃບຍ້ອງຍໍຂອງກົມໃຫຍ່ເສນາທິການທີ່ມອບໃຫ້ 1 ໝູ່ຄະນະ ແລະບຸກຄົນ 5 ຄົນ; ກຸ່ມບໍລິສັດ Viettel ມອບໃບຍ້ອງຍໍໃຫ້ 2 ໝູ່ຄະນະ ແລະບຸກຄົນ 15 ຄົນທີ່ມີຜົນງານດີເລີດ.

ໂດຍ: ເກື່ອງດັ້ງ