leftcenterrightdel
ຊຸມວັນບຸນປີໃໝ່, Viettel Post ຍັງເປີດບໍລິການຮັບໃຊ້ໃຫ້ລູກຄ້າ. ພາບ: ວັນຝອງ.

ໃນຊຸມວັນພັກບຸນປີໃໝ່, ລູກຄ້າສາມາດດໍາເນີນທຸລະກໍາເປັນປົກກະຕິແຕ່ 9 ໂມງເຊົ້າຫາ 16 ໂມງແລງທຸກມື້ຢູ່ໄປສະນີ, ຮ້ານຄ້າທັງໝົດຂອງ Viettel Post ໃນທ່ົວປະເທດ. ເວລາສົ່ງເຄື່ອງທາງໄປສະນີຈະເຄື່ອນໄຫວເປັນປົກກະຕິແຕ່ເວລາ 24 ໂມງ ວັນທີ 16 ກຸມພາ. ຕາມນັ້ນແລ້ວ, Viettel Post ຈະຈັດພະນັກງານ, ພາລະກອນເຮັດວຽກຕາມຜຽນເພື່ອທັງຮັບປະກັນຮັບໃຊ້ໃຫ້ລູກຄ້າ, ທັງໃຫ້ພະນັກງານ, ພາລະກອນຕ້ອນຮັບປີໃໝ່ນໍາຄອບຄົວ. ນອກຈາກນັ້ນ, ພາກສ່ວນເບິ່ງແຍງດຸແລລູກຄ້າຜ່ານສູນບໍລິການ, ລະບົບ App/Web ກໍ່ເຮັດວຽກໃນຊຸມວັນບຸນເຕັດເພື່ອໜູນຊ່ວຍລູກຄ້າຢ່າງທັນການ.

Viettel Post ກໍ່ຮຽກຮ້ອງໃຫ້ບັນດາກົມກອງ ຕິດຕາມສະພາບສົ່ງເຄື່ອງທາງໄປສະນີໃນແຕ່ລະຊົ່ວໂມງ, ແຕ່ລະມື້ເພື່ອຈັດຕັ້ງການສົ່ງເຄື່ອງເຖິງລູກຄ້າໃຫ້ຖືກກັບເວລາທີ່ໄດ້ກໍານົດ.

ໂດຍ: ເກື່ອງດັ້ງ