ຕາມດັດຊະນີເພີ່ມເຕີມພະລັງງານຜະລິດຄືນໃໝ່ຂອງ  IHS ແລ້ວ, ເຄືອຂ່າຍພັດທະນາພະລັງງານຜະລິດຄືນໃໝ່ໄດ້ເພີ່ມຂຶ້ນສູງຢູ່ພາກພື້ນອາຊີ-ປາຊີຟິກ. ໄດ້ມີປະມານ 1/3 ໂຄງການພະລັງງານພວມໄດ້ຮັບການກໍ່ສ້າງແມ່ນເພື່ອຜະລິດໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ໄຟຟ້ານ້ຳຕົກ ແລະພະລັງງານຜະລິດຄືນໃໝ່ຕ່າງໆຢູ່ 16 ຕະຫຼາດຈຸດສຸມໃນພາກພື້ນ.

leftcenterrightdel
ໂຮງງານໄຟຟ້າແສງຕາເວັນຊາວມາຍ-ອານຢາງ ດ້ວຍເງິນລົງທຶນທັງໝົດ 6.000 ຕື້ດົ່ງ ທີ່ໄດ້ຮັບກໍ່ສ້າງສໍາເລັດມາເປັນເວລາ 2 ປີ. ພາບ: ສໍານັກຂ່າວສານຫວຽດນາມ.

ອົດສະຕາລີ ຢືນອັນດັບທີ 1 ດ້ວຍກໍາລັງໄຟຟ້າ 89%  ແມ່ນໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ. ຍີ່ປຸ່ນ ຢືນອັນດັບທີ 2. ແລະຫວຽດນາມ  ຢືນອັນດັບທີ 3 ໃນພາກພື້ນ ແລະຢືນອັນດັບທີ 1 ໃນຈໍານວນຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນເມື່ອຫວຽດນາມຍົກອອກລາຄາໄຟຟ້າຕໍ່າທີ່ສຸດ ເພື່ອດຶງດູດການລົງທຶນເຂົ້າໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ.

ໂດຍ: ທູຈາງ