ເຄືອຂ່າຍ 5ຈີ ແມ່ນກຳລັງໜູນໃນການພັດທະນາເສດຖະກິດດີຈີຕອນ

ແຜນຮ່າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ  2021-2030 ໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ລະບຸວ່າ: “ການພັດທະນາໄວ ແລະຍືນຍົງແມ່ນອີງໃສ່ວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດີຈີຕອນ. ຕ້ອງປ່ຽນແປງໃໝ່ຈິນຕະນາການ ແລະການກະທໍາ, ເປັນເຈົ້າການກໍາແໜ້ນຢ່າງທັນການ, ຍາດແຍ່ງເອົາກາລະໂອກາດຈາກການປະຕິວັດອຸດສາຫະກໍາຄັ້ງທີ 4 ຕິດພັນກັບວິວັດການເຊື່ອມໂຍງເຂົ້າກັບສາກົນ ເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ; ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ່ງແຍ້ງ”.

leftcenterrightdel
ບັນຊາ ໂຣບົດ ອັດຕະໂນມັດດ້ວຍເຕັກໂນໂລຢີ 5ຈີ ຂອງກຸ່ມບໍລິສັດ Viettel. ພາບ: ວັນຟອງ.

ໃນບົດປະກອບຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າ: ໂຄງການຫັນປ່ຽນດີຈີຕອນແຫ່ງຊາດໄດ້ຮັບການອະນຸມັດຜ່ານຈາກນາຍົກລັດຖະມົນຕີ ດ້ວຍວິໄສທັດ 10 ປີຈະປ່ຽນແປງປະເທດຊາດຢ່າງຮອບດ້ານ, ວາງອອກເປົ້າໝາຍ: ຫວຽດນາມ ຈະນອນໃນກຸ່ມ 50 ປະເທດນໍາໜ້າກ່ຽວກັບລັດຖະບານເອເລັກໂຕນິກ, ເສດຖະກິດດີຈີຕອນປະກອບ 30% GDP; ສະມັດຕະພາບແຮງງານແຕ່ລະປີເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 8%; ປະຊາຊົນໝົດທຸກຄົນມີກາລະໂອກາດໄດ້ສຳຜັດ, ເຂົ້າຮ່ວມການບໍລິການຈໍາເປັນທີ່ອັດສະລິຍະ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ເພື່ອບັນລຸໄດ້ເປົ້າໝາຍນັ້ນ, ຄວນມີຄວາມຕັດສິນໃຈ ແລະບຸກທະລຸດ້ວຍວິທີເຮັດໃໝ່, ເໝາະສົມກັບສະພາບການ ແລະພຶດຕິກໍາຕົວຈິງ; ເສີມຂະຫຍາຍກຳລັງແຮງພາຍໃນແມ່ນວິທີເຮັດຂອງຫວຽດນາມ.

ທ່ານ ຫງວຽນແມ້ງຮຸ່ງ ຢັ້ງຢືນວ່າ ພື້ນຖານໂຄງລ່າງດີຈີຕອນສວມບົດບາດຕັດສິນໃນການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ເພື່ອຕອບສະໜອງຕາມຄວາມຕ້ອງການກ່ຽວກັບການພັດທະນາ, ພື້ນຖານໂຄງລ່າງໂທລະຄົມມະນາຄົມຈະຫັນປ່ຽນມາເປັນພື້ນຖານໂຄງລ່າງດີຈີຕອນລວມມີພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ cloud computing. ຫວຽດນາມ ວາງເປົ້າໝາຍເປັນເຈົ້າຂອງເຕັກໂນໂລຢີມືຖື 5ຈີ, ເປັນເຈົ້າຂອງພື້ນຖານໂຄງລ່າງ cloud computing ຜ່ານລະບົບ “Make in Viet Nam”. ຄຽງຂ້າງການຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການເປັນເຈົ້າຂອງພື້ນຖານໂຄງລ່າງດີຈີຕອນ, ເປັນເຈົ້າຂອງຂໍ້ມູນຂອງຊາວຫວຽດນາມ ແມ່ນໜ້າທີ່ຍຸດທະສາດ, ຄວນໄດ້ຮັບການບຸລິມະສິດແຖວໜ້າ.

ຫວຽດນາມ “ບໍ່ຊັກຊ້າ” ເມື່ອທຽບໃສ່ໂລກ

ທີ່ເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນຫວຽດນາມ ປີ 2020 ດ້ວຍຫົວຂໍ້ “ວິສາຫະກິດເຕັກໂນໂລຢີດີຈີຕອນ-ກຳລັງໜູນຊຸກຍູ້ການຫັນປ່ຽນດີຈີຕອນ, ພັດທະນາເສດຖະກິດດີຈີຕອນຢູ່ຫວຽດນາມ”, ທ່ານ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ ປີ 2020 ຫວຽດນາມ ກາຍເປັນປະເທດທີ 5 ໃນໂລກທີ່ເປັນເຈົ້າຂອງເຕັກໂນໂລຢີ 5ຈີ, ຜະລິດໄດ້ອຸປະກອນພື້ນຖານໂຄງລ່າງ 5ຈີ, ຜະລິດໄດ້ໂທລະສັບມືຖື 5ຈີ. ມີໜ້ອຍຄົນ, ນັບທັງພາຍໃນປະເທດ ແລະຕ່າງປະເທດ, ທີ່ເຊື່ອໝັ້ນວ່າພວກເຮົາສາມາດເຮັດສິ່ງນີ້ໄດ້ຢູ່ຫວຽດນາມ. ແຕ່ເຕັກໂນໂລຢີບໍ່ແມ່ນສິ່ງທີ່ສູງເກີນເອື້ອມ, ນີ້ແມ່ນໝາກຜົນຂອງການອອກແຮງງານຢ່າງມີຫົວຄິດປະດິດສ້າງ, ກະຕຸ້ນການອອກແຮງງານຢ່າງມີຫົວຄິດປະດິດສ້າງນີ້ແມ່ນຄວາມຄາດຫວັງໃຫຍ່. ຄວາມຄາດຫວັງໃຫຍ່ ແລະຄວາມຕັດສິນໃຈສູງຈະນໍາພວກເຮົາໄປເຖິງວິທີສຳຜັດບຸກທະລຸ ເພື່ອປ່ຽນວຽກຍາກໃຫ້ກາຍມາເປັນວຽກງ່າຍ.

ຕາມທ່ານ ເລດັງຢຸງ ຮັກສາການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ  Viettel ແລ້ວ, ດ້ານພື້ນຖານໂຄງລ່າງສົ່ງສັນຍານ, ເຕັກໂນໂລຢີເຊື່ອມຕໍ່ IoT ໃນພື້ນຖານ 4 ຈີ LTE-M ແລະ NB-IoT ໄດ້ Viettel ຜັນຂະຫຍາຍ ແລະກາຍເປັນໜຶ່ງໃນ 50 ບໍລິສັດໂທລະຄົມມະນາຄົມທໍາອິດໃນໂລກຜັນຂະຫຍາຍເຕັກໂນໂລຢີນີ້.

leftcenterrightdel
ຫວຽດນາມ ກາຍເປັນປະເທດທີ 5 ໃນໂລກທີ່ເປັນເຈົ້າຂອງເຕັກໂນໂລຢີ 5ຈີ. ພາບ: ວັນຟອງ.

ໃນວາລະຕອບຄຳຊັກຖາມຢູ່ສະພາແຫ່ງຊາດ ເດືອນພະຈິກ 2020, ທ່ານ ຫງວຽນແມ້ງຮຸ່ງ ຢັ້ງຢືນວ່າ ຄວາມຄືບໜ້າໃນການຜັນຂະຫຍາຍ 5ຈີ ຂອງຫວຽດນາມ ແມ່ນ “ບໍ່ຊັກຊ້າ” ເມື່ອທຽບໃສ່ໂລກ. ການຜັນຂະຫຍາຍ 5ຈີ ຢູ່ຫວຽດນາມ ຈະໝູນໃຊ້ໄດ້ປະມານ 70% ພື້ນຖານໂຄງລ່າງ 4ຈີ ທີ່ມີຢູ່ແລ້ວ, ລວມມີ: ສະຖານີຮັບ ແລະກະຈາຍສັນຍານ, ອັງແຕນ ແລະບັນດາອຸປະກອນສົ່ງອື່ນ, ຊ່ວຍປະຢັດຄ່າໃຊ້ຈ່າຍພໍສົມຄວນ. ການຜັນຂະຫຍາຍ 5ຈີ ຈະປະຕິບັດຢູ່ຕາມເຂດຕົວເມືອງໃຫຍ່ກ່ອນ, ຫຼັງຈາກນັ້ນແມ່ນເຂດອຸດສາຫະກໍາ, ເຂດຄົ້ນຄວ້າ ແລະມະຫາວິທະຍາໄລ ເພື່ອໜູນຊ່ວຍການປ່ຽນແປງໃໝ່ ແລະສ້າງເປັນເຕັກໂນໂລຢີໃໝ່. ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ເຊື່ອໝັ້ນວ່າ ບັນດາອຸປະກອນ 5ຈີ ໂດຍບັນດານັກຂຸດຄົ້ນໂທລະຄົມມະນາຄົມ ແລະມືຖືນໍາໃຊ້ໂດຍຫວຽດນາມ ຜະລິດ, ເຕັກໂນໂລຢີສູງ ແລະມີລາຄາຖືກກວ່າເມື່ອທຽບໃສ່ອຸປະກອນນຳເຂົ້າ.

ຄືແນວນັ້ນ, ສາມາດເຫັນວ່າ, ການເປັນເຈົ້າຂອງອຸປະກອນ 5ຈີ, ຄື: Viettel, Vingroup, VNPT... ມີຄວາມໝາຍຍຸດທະສາດແຫ່ງຊາດ ແລະຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ສາມາດຜະລິດອຸປະກອນ 5ຈີ ໄດ້. ພື້ນຖານໂຄງລ່າງໂທລະຄົມມະນາຄົມພວມມີການຫັນປ່ຽນສໍາຄັນຈາກພື້ນຖານໂຄງລ່າງດີຈີຕອນເປັນພື້ນຖານເສດຖະກິດ, ກາຍເປັນພື້ນຖານໂຄງລ່າງແຫ່ງຊາດສໍາຄັນ. ການຜັນຂະຫຍາຍ 5ຈີ ຢູ່ຫວຽດນາມ ພວມມີຄວາມສະດວກເມື່ອບັນດາວິສາຫະກິດເອເລັກໂຕນິກໂທລະຄົມມະນາຄົມຫວຽດນາມ ໄດ້ເປັນເຈົ້າການຜະລິດຫຼາຍອຸປະກອນສື່ສານ, ພື້ນຖານໂຄງລ່າງໂທລະຄົມມະນາຄົມ, ໃນຂະນະທີ່ກ່ອນນີ້ພວກເຮົາຕ້ອງໄດ້ຊື້, ອີງໃສ່ນັກຜະລິດຕ່າງປະເທດ. ນີ້ແມ່ນບາດກ້າວທີ່ສຳຄັນເພື່ອທັງພັດທະນາເສດຖະກິດ-ສັງຄົມທັງຮັບປະກັນກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ