ໂຄງການເພື່ອແນໃສ່ເພີ່ມທະວີການສົມທົບກັນລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັນຮ່ວມແຮງຮ່ວມໃຈຍົກສູງສະຕິຄວາມຮັບຮູ້, ປ່ຽນແປງວິທີການປະພຶດ, ການກະທຳຢ່າງມີຄວາມຮັບຜິດຊອບຂອງທົ່ວສັງຄົມໃນການນຳໃຊ້, ຄຸ້ມຄອງຂີ້ເຫຍື້ອປລາດຕິກ, ຮັບປະກັນໃຫ້ເໝາະສົມກັບພຶດຕິກຳຕົວຈິງ ແລະປະຕິບັດບັນດາເປົ້າໝາຍຍຸດທະສາດຂອງ ພັກ, ລັດ ກ່ຽວກັບການຄຸ້ມຄອງ ແລະຫຼຸດຜ່ອນຂີ້ເຫຍື້ອປລາດຕິກຢ່າງມີປະສິດທິຜົນ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ອີກເປົ້າໝາຍໜຶ່ງນັ້ນແມ່ນການປະຕິບັດບັນດາຂໍ້ລິເລີ່ມ ແລະຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ສາກົນໃນການແກ້ໄຂບັນດາບັນຫາກ່ຽວກັບຂີ້ເຫຍື້ອປລາດຕິກຢ່າງມີປະສິດທິຜົນ ເຊິ່ງຈຸດສຸມແມ່ນຂີ້ເຫຍື້ອປລາດຕິກຢູ່ມະຫາສະໝຸດ, ຮັບປະກັນການສະກັດກັ້ນການປ່ອຍຂີ້ເຫຍື້ອປລາດຕິກຈາກບັນດາແຫຼ່ງຂີ້ິ້ເຫຍື້ອໃນດິນຕໍ່ແຜ່ນ ແລະບັນດາການເຄື່ອນໄຫວໃນທະເລ, ສູ້ຊົນນຳຫວຽດນາມ ກາຍເປັນປະເທດນຳໜ້າໃນພາກພື້ນກ່ຽວກັບການຫຼຸດຜ່ອນຂີ້ເຫຍື້ອປລາດຕິກ.

ແຫຼ່ງຄັດຈາກ: vovworld.vn