ຮ້ອນອົກຮ້ອນໃຈເພື່່ອເຄື່ອງໝາຍການຄ້າຫວຽດນາມ

ປີ 1989 ເປັນຂີດໝາຍທີ່ໜ້າຈົດຈຳຂອງເຂົ້າສານຫວຽດນາມ ເມື່ອເລີ່ມເດີນທາງ “ອອກສູ່ໂລກ” ເພື່ອໃຫ້ມີໜ້າຢູ່ກວ່າ 150 ປະເທດ, ເຂດແຄວ້ນ, ກວມເອົາປະມານ 15% ລວມຍອດປະລິມານເຂົ້າສານສົ່ງອອກຂອງໂລກ. ແຕ່ໃນຕົວຈິງເມື່ອເວົ້າເຖິງເຂົ້າສານຂອງຫວຽດນາມ ແລ້ວພັດບໍ່ມີຫຼາຍຄົນຮູ້ຈັກ. ຈົນເມື່ອເຂົ້າສານ ST25 ຍາດໄດ້ລາງວັນ “ເຂົ້າສານແຊບທີ່ສຸດໃນໂລກ” ໃນທ້າຍປີ 2019 ຈຶ່ງສ້າງຂີດໝາຍສຳຄັນຊ່ວຍໃຫ້ເຂົ້າສານຫວຽດນາມ ມີຊື່ສຽງແຮງກວ່າໃນຕະຫຼາດເຂົ້າສານຂອງໂລກ.

leftcenterrightdel
ສ້າງເຄື່ອງໝາຍການຄ້າເພື່ອຍົກລະດັບຄຸນຄ່າສິນຄ້າຫວຽດນາມ. ພາບ: ຈ້ອງຫ໋າຍ.

ເມື່ອເບິ່ງຂົງເຂດຕ່ຳແຜ່ນຕັດຫຍິບ, ເກີບໜັງແລ້ວ, ເຖິງວ່າເກີບໜັງຢືນອັນດັບທີສອງ, ທີສາມໃນໂລກກ່ຽວກັບການສົ່ງອອກຢ່າງຕໍ່ເນື່ອງກໍ່ຕາມ, ແຕ່ວ່າໃນຕະຫຼອດຫຼາຍປີຜ່ານມາ, ວິສາຫະກິດຫວຽດນາມ ພຽງແຕ່ມີຊື່ສຽງໃນການຜະລິດເປັນສິ້ນສ່ວນເທົ່ານັ້ນ. ໝາຍຄວາມວ່າ, ເພື່ອມີກຳມະສິດຂອງຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ Calvin Klein, Nike, Adidas, New Balance... ຜູ້ຈຳໜ່າຍຫວຽດນາມ ຕ້ອງໄດ້ຈ່າຍເງິນກ້ອນໃຫຍ່ທີ່ສຸດແຕ່ທີ່ຈິງແລ້ວຫຼາຍຂັ້ນຕອນ ຫຼື ວ່າຂັ້ນຕອນຜະລິດທັງໝົດແມ່ນໄດ້ດຳເນີນຢູ່ປະເທດເຮົາ, ມູນຄ່າສ່ວນເກີນຂອງຜະລິດຕະພັນສ່ວນຫຼາຍແມ່ນມາຈາກເຄື່ອງໝາຍການຄ້າ.

ປັດໄຈຫຼັກຍັງແມ່ນຄຸນນະພາບ

ສິ່ງແນ່ນອນທີ່ວິສາຫະກິດຫວຽດນາມ ຕ້ອງສ້າງເຄື່ອງໝາຍການຄ້າເພາະວ່າເຄື່ອງໝາຍການຄ້າບໍ່ພຽງແຕ່ແມ່ນຊື່ເທົ່ານັ້ນຫາກຍັງບັນຈຸຫຼາຍສານ, ຫຼາຍຄວາມໝາຍອີກດ້ວຍ. ຜ່ານເຄື່ອງໝາຍການຄ້າຜູ້ອຸປະໂພກບໍລິໂພກຈະເປັນຜູ້ຕັດສິນໃຈເລືອກ, ຊົມໃຊ້ຜະລິດຕະພັນສິນຄ້າ ແລະການບໍລິການຂອງວິສາຫະກິດເອງ. ຍ້ອນເຫດນັ້ນ, ເຄື່ອງໝາຍການຄ້າແມ່ນຊັບສົມບັດບໍ່ມີຮູບຮ່າງແຕ່ວ່າມີມູນຄ່າໃຫຍ່ຫຼວງທີ່ສຸດຂອງວິສາຫະກິດ. ຊ້ຳບໍ່ໜຳ, ຢູ່ຫຼາຍວິສາຫະກິດ, ຊັບສົມບັດເຄື່ອງໝາຍການຄ້າໃຫຍ່ກວ່າຊັບສົມບັດວັດຖຸ. ໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຄືປະຈຸບັນ, ການສ້າງ ແລະພັດທະນາເຄື່ອງໝາຍການຄ້າບໍ່ພຽງແຕ່ແມ່ນເລື່ອງລາວຂອງ “ບໍລິສັດໃຫຍ່”, ວິສາຫະກິດຂະໜາດນ້ອຍ ແລະກາງຢາກພັດທະນາໃຫ້ປະສົບຜົນສຳເລັດຕ້ອງໃຫ້ບູລິມະສິດໃນການສ້າງ ແລະພັດທະນາເຄື່ອງໝາຍການຄ້າຢູ່ແຖວໜ້າ.

leftcenterrightdel
ໝາກໄມ້ຂອງຫວຽດນາມ ນັບມືນັບໄດ້ຮັບຄວາມນິຍົມຈາກຕະຫຼາດຕ່າງປະເທດ. ພາບ: ມິງດຶກ.

ກ່ຽວຂ້ອງເຖິງເລື່ອງສ້າງເຄື່ອງໝາຍການຄ້າ, ທ່ານ ຫງວຽນແຈ໊ງຈູງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນກຸ່ມບໍລິສັດເຕິນລອງ, ເຊິ່ງເປັນບໍລິສັດແຊກຊຶມເຂົ້າຕະຫຼາດຕ່າງປະເທດປະສົບຜົນສຳເລັດຍ້ອນວ່າເຄື່ອງໝາຍການຄ້າເຂົ້າສານເຕິນລອງ ແລະເຂົ້າສານມີຕົ້ນກຳເນີດຈາກຫວຽດນາມ, ຖືວ່າ: “ເພື່ອແນະນຳເຂົ້າສານແຊບປະເພດຕ່າງໆທີ່ມີເຄື່ອງໝາຍການຄ້າຫວຽດນາມ ອອກສູ່ໂລກ, ກ່ອນອື່ນໝົດຕ້ອງສ້າງໃຫ້ໄດ້ເຄື່ອງໝາຍການຄ້າເຂົ້າສານພາຍໃນປະເທດຢ່າງມີແບບມີແຜນ ແລະສິ່ງສຳຄັນແມ່ນຄຸນນະພາບ. ຕ້ອງຄຸ້ມຄອງລະບົບຜະລິດຢ່າງແໜ້ນແຟ້ນ, ຈາກຂອດຮັບຈຳໜ່າຍ, ສັ່ງຊາວນາຜະລິດເຂົ້າຈົນຮອດຂັ້ນຕອນສີ, ແຮໄວ້; ປຸງແຕ່ງເພື່ອສາມາດຫຸ້ມຫໍ່ຕາມມາດຕະຖານ ແລະຕິດເຄື່ອງໝາຍການຄ້າຢູ່ໂຮງສີເຂົ້າເລີຍ. ເມື່ອຜະລິດຕະພັນເຂົ້າສານຂອງຫວຽດນາມ ຢູ່ຕະຫຼາດສາກົນມີສັນຍານດີແລ້ວ, ວິສາຫະກິດຕ້ອງມີຄວາມກ້າຫານສ້າງຊ່ອງທາງຈຳໜ່າຍເຂົ້າສານທີ່ມີເຄື່ອງໝາຍການຄ້າຫວຽດນາມ”.

ໃນຊຸມປີຜ່ານມາ, ຂະແໜງຕ່ຳແຜ່ນຕັດຫຍິບ ໄດ້ຮັບຮູ້ຢ່າງຈະແຈ້ງວ່າ, ຢາກພັດທະນາແບບຍືນຍົງ ແລະເພີ່ມມູນຄ່ານັ້ນຕ້ອງຫັນປ່ຽນວິທີການຜະລິດຈາກການຜະລິດສິ້ນສ່ວນມາເປັນເຈົ້າຕົນເອງ; ຈາກການອອກແບບ, ຜະລິດຈົນຮອດການຂາຍເຄື່ອງ ຫຼື ກຳມະສິດຍີ່ຫໍ້ສະເພາະ. ໜຶ່ງໃນບັນດາບັນຫາຫຼັກໃນການພັດທະນາເຄື່ອງໝາຍການຄ້າຂອງຂະແໜງຕ່ຳແຜ່ນຕັດຫຍິບແມ່ນຕ້ອງມີຄວາມສາມາດບົ່ມຊ້ອນດ້ານການເງິນເພື່ອປັບປຸງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ລົງທຶນໃສ່ເຄື່ອງຈັກ, ອຸປະກອນ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນສ່ວນຫຼາຍວິສາຫະກິດຫວຽດນາມ ຍັງແມ່ນຂະໜາດນ້ອຍ ແລະຂະໜາດກາງ, ຈຳກັດດ້ານຂອບຂະໜາດ ແລະຄວາມສາມາດບົ່ມຊ້ອນດ້ານການເງິນ... ເພາະສະນັ້ນ, ຕາມທ່ານ ເທິນດຶກວຽດ, ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ຕັດຫຍິບເລກ 10 ແລ້ວ: ກ່ອນອື່ນໝົດ, ບັນດາວິສາຫະກິດຕ້ອງຊອກໃຫ້ໄດ້ກ່ຽວກັບຄວາມສາມາດບົ່ມຊ້ອນໃນການແກ່ງແຍ້ງ, ນຳໃຊ້ທ່າແຮງຂອງວິສາຫະກິດເພື່ອສ້າງຜະລິດຕະພັນປາຍແຫຼມ ແລະສ້າງເຄື່ອງໝາຍການຄ້າໃຫ້ໄດ້.

ປະຈຸບັນ, ຍຸດທະສາດແກ່ງແຍ້ງດ້ວຍເຄື່ອງໝາຍການຄ້າພວມເກີດຂຶ້ນຢ່າງແຮງ ແລະເລິກເຊິ່ງກວ້າງຂວາງ, ບໍ່ພຽງແຕ່ຢຸດຢູ່ລະດັບວິສາຫະກິດເທົ່ານັ້ນ ຫາກຍັງໄດ້ພັດທະນາຂຶ້ນສູ່ລະດັບທ້ອງຖິ່ນ, ຂະແໜງສິນຄ້າ ແລະລະດັບຊາດອີກດ້ວຍ. ເພື່ອໃຫ້ເຄື່ອງໝາຍການຄ້າຂອງຫວຽດນາມແຮງກວ່າອີກ, ສ້າງກາລະໂອກາດໃຫ້ຜະລິດຕະພັນຫຼາຍຕື່ມອີກ, ການບໍລິການຂອງຫວຽດນາມ ບັນລຸລະດັບສາກົນບໍ່ພຽງແຕ່ຂຶ້ນກັບຄວາມມານະພະຍາຍາມຂອງວິສາຫະກິດເທົ່ານັ້ນ ຫາກຍັງຕ້ອງມີຍຸດທະສາດຢ່າງເລິກກວ້າງ, ການເຂົ້າຮ່ວມຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະປະຊາຄົມວິສາຫະກິດອີກດ້ວຍ.

ໂດຍ: ແສງເພັດ