ເຫດການນີ້ເປັນຂີດໝາຍບາດກ້າວພັດທະນາໃໝ່ຂອງ Viettel Post ໃນຂັ້ນຕອນຫັນປ່ຽນຈາກບໍລິສັດໃຫຍ່ໄປສະນີຈັດສົ່ງ ກາຍເປັນບໍລິສັດໃຫຍ່ Logistics, ມຸ່ງໄປເຖິງກາຍເປັນວິສາຫະກິດ Logistics ເບີ 1 ຂອງຫວຽດນາມ ບົນພື້ນຖານເຕັກໂນໂລຢີສູງໃນປີ 2025.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດນໍາໃຊ້ສູນ Logistics. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີເປີດນໍາໃຊ້, ທ່ານ ເຈິ່ນຈູງຮືງ ຜູ້ອໍານວຍການໃຫຍ່ Viettel Post ໃຫ້ຮູ້ວ່າ: “ປະຈຸບັນ, ທີ່ຫວຽດນາມ, ວິສາຫະກິດ Logistics ຕ່າງປະເທດກໍາລັງຄວບຄຸມເຖິງ 80% ຂອງສິນຄ້າ. ຖ້າຫາກພວກເຮົາບໍ່ປ່ຽນແປງ, ບືນຕົວຂຶ້ນ, ເປັນເຈົ້າຂອງເຕັກໂນໂລຢີເພື່ອຍົກສູງຄວາມສາມາດໃນການແກ່ງແຍ້ງກັນໃນເວທີສາກົນ, ຮອດມື້ໃດມື້ໜຶ່ງບັນດາວິສາຫະກິດຫວຽດນາມ ຈະ “ຖືກຫາຍໄປ” ຢູ່ໃນປະເທດຂອງຕົນ. ຍ້ອນເຫດນັ້ນ, ໃນມື້ນີ້ພວກເຮົາໄດ້ເປີດນໍາໃຊ້ສູນ Logistics ພາກໃຕ້ຢ່າງເປັນທາງການທີ່ທັນສະໄໝທີ່ສຸດ...”.

leftcenterrightdel
ສູນ Logistics ສາມາດຈັດແບ່ງໄປສະນີພັນແບບອັດຕະໂນມັດ 42.000 ອັນ/ໂມງ. ພາບ: qdnd.vn.

ນໍາໃຊ້ເຕັກໂນໂລຢີທັນສະໄໝ, ເປັນເຈົ້າຂອງການອອກແບບເພື່ອສອດຄ່ອງກັບຕະຫຼາດຫວຽດນາມ, ສູນ Logistics ພາກໃຕ້ຂອງ Viettel Post ແມ່ນພື້ນຖານໂຄງລ່າງ Logistics ສົມບູນຊ່ວຍຈັດສົ່ງສິນຄ້າບັນລຸໄດ້ທັງ 2 ປັດໄຈແມ່ນຄວາມໄວ ແລະຊັດເຈນ, ຫຼຸດຜ່ອນເວລາເຊື່ອມຕໍ່ໄປສະນີພັນເຖິງ 6 ໂມງ, ອັດຕາສ່ວນຜິດພາດໃນການແບ່ງຄັດເລືອກເກືອບຄືວ່າບໍ່ມີ, ປະຢັດໃດ້ເຖິງ 91% ຊັບພະຍາກອນມະນຸດ ແລະສະໜອງວິທີການແກ້ໄຂໃບສັ່ງສິນຄ້າແບບອັດຕະໂນມັດໃຫ້ແກ່ລູກຄ້າ.

ໂດຍ: ເກື່ອງດັ້ງ