leftcenterrightdel
ບັນຍາກາດທີ່ການສອບເສັງ. ພາບ: qdnd.vn.

ຕາມຄະນະຈັດຕັ້ງ, ການສອບເສັງ Olympic ພາສາຫວຽດນາມ ໄດ້ຈັດຕັ້ງດ້ວຍຈຸດປະສົງຊ່ວຍນັກສໍາມະນາກອນລາວ ແລະກໍາປູເຈຍ ຍົກສູງ 4 ທັກສະໃນການຟັງ, ເວົ້າ, ອ່ານ, ຂຽນພາສາຫວຽດ... ການສອບເສັງກໍ່ຊ່ວຍໃຫ້ນັກສໍາມະນາກອນປະເທດເພື່ອນມິດມີຄວາມເຂົ້າໃຈກ່ຽວກັບຊາວຫວຽດນາມ, ວັດທະນະທໍາ, ຮີດຄອງປະເພນີຂອງ 3 ປະເທດຫວຽດນາມ-ລາວ-ກໍາປູເຈຍ; ສຶກສາລຸ້ນໜູ່ມປັບປຸງຄວາມເຊື່ອໝັ້ນ, ສາຍພົວພັນທີ່ເປັນມູນເຊື້ອ 3 ປະເທດອິນດູຈີນ ເຊິ່ງລຸ້ນພໍ່, ລຸ້ນອ້າຍໄດ້ເພີ່ມພູນຄູນສ້າງ; ສ້າງການເຄື່ອນໄຫວທີ່ປອດໄສ, ຟົດຟື້ນ, ມີຄຸນປະໂຫຍດ, ດຶງດູດນັກສໍາມະນາກອນເປັນຈໍານວນຫຼວງຫຼາຍເຂົ້າຮ່ວມ, ປະກອບສ່ວນເຮັດໃຫ້ການດໍາລົງຊີວິດແບບລວມໝູ່ອຸດົມສົມບູນກວ່າໃຫ້ແກ່ນັກສໍາມະນາກອນ.

ເນື່ອງໃນໂອກາດນີ້, ຄະນະຈັັັດຕັ້ງກໍ່ມອບລາງວັນໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນທີ່ໄດ້ຮັບຜົນງານດີເລີດໃນວຽກງານຈັດຕັ້ງການສອບເສັງຄັ້ງນີ້.

ໂດຍ: ເກື່ອງດັ້ງ