ເຫດການດັ່ງກ່າວແມ່ນການເຄື່ອນໄຫວປະຈໍາປີຂອງສະພາກາແດງຫວຽດນາມ ໃນຂອບເຂດ “ລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ” ເພື່ອແນໃສ່ປະກອບສ່ວນແກ້ໄຂສະພາບຂາດເລືອດໃນການປະຖົມພະຍາບານ ແລະປົ່ນປົວໃຫ້ຄົນເຈັບໃນໂອກາດທ້າຍປີ.

leftcenterrightdel
ວັນບຸນດຶງດູດພະນັກງານ, ພາລະກອນ, ຜູ້ສະໝັກໃຈສະພາກາແດງເຂົ້າຮ່ວມວັນບຸນບໍລິຈາກເລືອດເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn.

ກ່າວຄໍາເຫັນທີ່ວັນບຸນ, ທ່ານ ເຈິ່ນກວກຮຸ່ງ, ຮອງປະທານສູນກາງສະພາກາແດງຫວຽດນາມ ໃຫ້ຮູ້ວ່າ ເຖິງວ່າປະລິມານເລືອດທີ່ຮັບເອົາໄດ້ໃນຊຸມປີມໍ່ໆມານີ້ນັບມື້ນັບເພີ່ມຂຶ້ນກໍ່ຕາມ, ແຕ່ມັນພຽງຕອບສະໜອງຄວາມຕ້ອງການເລືອດໃຫ້ແກ່ການປະຖົມພະຍາບານ ແລະປິ່ນປົວໃຫ້ຄົນເຈັບໄດ້ 75 % ເທົ່ານັ້ນ. ສະພາບຂາດເລືອດຍັງເກີດຂຶ້ນຢູ່ບາງທ້ອງຖິ່ນ, ພິເສດແມ່ນໃນໂອກາດບຸນເຕັດ ແລະລະດູຮ້ອນຂອງແຕ່ລະປີ, ໃນຈຸດເວລາທີ່ໂລກພະຍາດ, ໄພທໍາມະຊາດ, ໄພພິບັດພວມຜັນແປຢ່າງສັບສົນ. ເປັນອັນວ່າຍັງມີຄົນເຈັບຫຼາຍຄົນພວມຕ້ອງການໄດ້ຮັບເອົາເລືອດຈາກຜູ້ໃຈບຸນ, ພິເສດແມ່ນໃນສະພາບໂລກພະຍາດ, ໄພທໍາມະຊາດ, ໄພພິບັດສືບຕໍ່ຜັນແປຢ່າງສັບສົນໃນໄລຍະຈະມາເຖິງ.

ໂດຍ: ທູຈາງ