ໜັງສືພິມ Nikkei Asia ໃຫ້ຂໍ້ສັງເກດວ່າ: “ດ້ວຍການຮັກສາລະດັບການເຕີບໂຕທາງບວກໃນຂະນະທີ່ບັນດາພື້ນຖານເສດຖະກິດອື່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເພື່ອຟື້ນຟູ, ຫວຽດນາມ ພວມກາຍເປັນເລື່ອງລາວກ່ຽວກັບປະເທດໜຶ່ງດຽວທີ່ສຳເລັດຜົນດ້ານເສດຖະກິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນ “ໄລຍະ” ຂອງພະຍາດໂຄວິດ-19”.

ຕາມຜູ້ຂຽນແລ້ວ, ໃນໄຕມາດທີ III ປີນີ້, ຍອດຜະລິດຕະພັນພາຍໃນປະເທດ (GDP) ຕົວຈິງຂອງຫວຽດນາມໄດ້ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະນີ້ກໍ່ແມ່ນໄຕມາດທີສອງທີ່ GDP ຂອງຫວຽດນາມ ເຕີບໂຕຢ່າງຕໍ່ເນື່ອງໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19. ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ດ້ວຍໝາກຜົນນີ້, ຫວຽດນາມ ຈະບືນຕົວຂຶ້ນອັນດັບທີສີ່ໃນອາຊຽນ ກ່ຽວກັບຂອບຂະໜາດ GDP. ຄຽງຂ້າງນັ້ນ, ຫວຽດນາມ ໄດ້ສຳເລັດຜົນໃນການຄວບຄຸມພະຍາດໂຄວິດ-19 ແລະການເຕີບໂຕເສດຖະກິດສືບຕໍ່ໄດ້ຮັບການຊຸກຍູ້ຍ້ອນການສົ່ງອອກເພີ່ມຂຶ້ນ. ລາຍລະອຽດ, ວົງເງິນສົ່ງອອກຂອງຫວຽດນາມ ໃນໄຕມາດທີ III-2020 ໄດ້ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍແມ່ນ 26,7 ຕື້ໂດລາສະຫະລັດ ແລະກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຄາດວ່າວົງເງິນສົ່ງອອກທັງໝົດປີອາດຈະເພີ່ມຂຶ້ນແຕ່ 3% ເຖິງ 4%.

leftcenterrightdel
ໂຮງງານຜະລິດບັນດາຜະລິດຕະພັນຕັດຫຍິບຢູ່ຫວຽດນາມ. ພາບ: EPA.

ໜັງສືພິມ Nikkei Asia ໃຫ້ຂໍ້ສັງເກດວ່າ “ທ້າຍເດືອນຕຸລາ ຜ່ານມາ, ກຳປັ່ນຂົນສົ່ງ container ມີຂະໜາດໃຫຍ່ໂດຍ Maersk ບໍລິຫານໄດ້ເຂົ້າທຽບທ່າກ໊າຍແມບ ແລະນີ້ກໍ່ແມ່ນຄັ້ງທຳອິດທີ່ກຳປັ່ນລຳນີ້ເຂົ້າທຽບທ່າໃຫຍ່ທີ່ສຸດຢູ່ພາກໃຕ້ຂອງຫວຽດນາມ. ຕາມປົກກະຕິກ່ອນໜ້ານີ້, ບັນດາກຳປັ່ນປະເພດນີ້ຈະເລືອກເອົາບັນດາທ່າກຳປັ່ນອື່ນໃນພາກພື້ນ, ຄື: ສິງກະໂປ, ແຕ່ຍ້ອນການເຄື່ອນໄຫວສົ່ງອອກນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ໄດ້ຊຸກຍູ້ຄວາມຕ້ອງການຂົນສົ່ງທາງທະເລ, ພາໃຫ້ບັນດາກຳປັ່ນຂົນສົ່ງສິນຄ້າເຖິງບັນດາປະເທດຕາເວັນຕົກຕ້ອງເຂົ້າທຽບທ່າຢູ່ປະເທດນີ້. ສິ່ງດັ່ງກ່າວໄດ້ອະນຸຍາດສິນຄ້າຂອງຫວຽດນາມ ຖືກສົ່ງໂດຍກົງເຖິງມືຂອງຜູ້ຊື້, ຍ້ອນຈາກນັ້ນຫຼຸດຜ່ອນຄ່າຂົນສົ່ງ, ພ້ອມທັງຊ່ວຍຫວຽດນາມ ກາຍເປັນປະເທດສົ່ງອອກທີ່ມີລັກສະນະແກ່ງແຍ້ງກວ່າ”.

ນອກຈາກນັ້ນ, ບົດຂຽນກໍ່ຖືວ່າ ຜົນສຳເລັດໃນຄວາມມານະພະຍາຍາມຕ້ານພະຍາດໂຄວິດ-19 ໄດ້ຊ່ວຍໃຫ້ຫວຽດນາມ ຫຼຸດຜ່ອນຜົນກະທົບຈາກໂລກລະບາດຕໍ່ກັບພື້ນຖານເສດຖະກິດ. ຫຼັກຖານແມ່ນການເຄື່ອນໄຫວຜະລິດຢູ່ຫວຽດນາມ ໄດ້ເຊື່ອມຕໍ່ໄວກວ່າເມື່ອທຽບໃສ່ກັບບັນດາປະເທດອື່ນໃນພາກພື້ນ ແລະພ້ອມກັນນັ້ນ, ອັດຕາວ່າງງານກໍ່ຈຳກັດ, ການໃຊ້ຈ່າຍຂອງຜູ້ອຸປະໂພກບໍລິໂພກຍັງຮັກສາໃນລະດັບປົກກະຕິ. IMF ຄາດຄະເນວ່າໃນປີ 2020, GDP ຂອງຫວຽດນາມ ຈະເພີ່ມຂຶ້ນ 1,6%, ໃນຂະນະທີ່ GDP ຂອງບັນດາປະເທດໃນພາກພື້ນ, ຄື: ສິງກະໂປ, ມາເລເຊຍ ຫຼືໄທ ລ້ວນແຕ່ຫຼຸດລົງ.

ໜ້າສົນໃຈ, ໜັງສືພິມ Nikkei Asia ເນັ້ນໜັກວ່າ ເຖິງວ່າປະຈຸບັນ, GDP ສະເລ່ຍໃສ່ຫົວຄົນຂອງຫວຽດນາມ ບັນລຸພຽງປະມານ 3.500 ໂດລາສະຫະລັດເທົ່ານັ້ນ,  ຕ່ຳກວ່າຫຼາຍເມື່ອທຽບໃສ່ຕົວເລກ 58.500 ໂດລາສະຫະລັດຂອງສິງກະໂປ ແລະ 10.200 ໂດລາສະຫະລັດຂອງມາເລເຊຍ ກໍ່ຕາມ, ແຕ່ພະຍາດໂຄວິດ-19 ໄດ້ຊຸກຍູ້ການປ່ຽນແປງອັນດັບເສດຖະກິດໃນພາກພື້ນ. ເພາະວ່າ, ບາງປະເທດໃນອາຊຽນ, ຄື: ອິນໂດເນເຊຍ ແລະມາເລເຊຍ ກຳລັງປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບພະຍາດໂຄວິດ-19.

ຜູ້ຂຽນບົດທີ່ລົງພິມໃນໜັງສືພຶມ Nikkei Asia ຄາດຄະເນວ່າ “ເຖິງວ່າບາງປະເທດໃນອາຊຽນ ໄດ້ຮັບການຄາດຄະເນຈະຟື້ນຟູແຮງໃນປີຈະມາເຖິງກໍ່ຕາມ, ແຕ່ຫວຽດນາມ ອາດຈະແມ່ນພື້ນຖານເສດຖະກິດໜຶ່ງດຽວທີ່ມີລະດັບການເຕີບໂຕສູງໃນເຄິ່ງປີຕົ້ນ 2021, ຂຶ້ນກັບການຜັນແປຂອງພະຍາດໂຄວິດ-19”.

ໂດຍ: ແສງເດືອນ