KPMG ຕີລາຄາວ່າ, Viettel ແມ່ນບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຢູ່ຫວຽດນາມ, ດ້ວຍທິດສະດີປັດຊະຍາດຳເນີນທຸລະກິດ “ລູກຄ້າແຕ່ລະຄົນແມ່ນເອກະເທດສະເພາະ”, ຍາມໃດກໍ່ວາງຍຸດທະສາດສຸມໃສ່ລູກຄ້າເປັນຈຸດສຸມໃຫ້ທຸກແຜນການຍຸດທະສາດ ແລະລົງທຶນ ເພື່ອກາຍເປັນໂທລະຄົມມະນາຄົມນ້ຳເບີ 1.

leftcenterrightdel
Viettel ຍາມໃດກໍ່ວາງຍຸດທະສາດສຸມໃສ່ລູກຄ້າເປັນຈຸດສຸມ. ພາບ: ທຸ່ຍລີງ.

ປີ 2020, ພ້ອມດ້ວຍພາລະກໍາ “ນໍາໜ້າໃນການສ້າງສັງຄົມດີຈີຕອນ”, Viettel ຖະແຫຼງການວັດທະນະທໍາດີຈີຕອນໃນນັ້ນໄດ້ເນັ້ນໜັກເຖິງປັດໄຈ “ຖືລູກຄ້າເປັນໃຈກາງ” (Customer Centric). ບັນດາລາຍການດູແລລູກຄ້າຂອງ Viettel ໄດ້ມີການປ່ຽນແປງຫຼາຍຢ່າງ, ເມື່ອແອັບພຼີເຄຊັນ My Viettel ກາຍເປັນເຄື່ອງມືໄດ້ການໄດ້ງານສໍາລັບລູກຄ້າ ເຊິ່ງບໍ່ຕ້ອງໄປຫາສູນບໍລິການ. ຄຽງຂ້າງນັ້ນ, Viettel ກໍ່ໄດ້ນໍາປັນຍາປະດິດເຂົ້າໃນການດູແລລູກຄ້າຜ່ານບັນດາລະບົບຊ່ອງດູແລລູກຄ້າຂອງ Viettel, ເພື່ອແນໃສ່ເວລາລໍຖ້າ ແລະເຂົ້າຮ່ວມບໍລິການຂອງລູກຄ້າດີທີ່ສຸດ.

ຕາມທ່ານ Ross Macallister ການນໍາຂົງເຂດບໍລິການທີ່ປຶກສາຂອງ KPMG ຫວຽດນາມ ແລ້ວ, ບັນດາບໍລິສັດຢູ່ຫວຽດນາມ ພວມຢູ່ໃນໄລຍະຫັນປ່ຽນຈາກຮູບແບບວາງຜະລິດຕະພັນເປັນໃຈກາງໄປເປັນການໃຫ້ບຸລິມະສິດແກ່ລູກຄ້າ. ໃນອະນາຄົດໃກ້, ບັນດາບໍລິສັດນໍາໜ້າຕະຫຼາດຈະຖືນີ້ແມ່ນຈຸດສຸມໃນຍຸດທະສາດພັດທະນາ.

ໂດຍ: ເຈິ່ນຮວ່ຽນ