ຕາມນັ້ນແລ້ວ, ຢູ່ແຂວງອຽນບ໊າຍ ໃນວັນທີ 31 ຕຸລາ ແລະວັນທີ 1 ພະຈິກ, ບັນດາແພດໝໍສະເພາະຂະແໜງຫົວໃຈຊີບພະຈອນທີ່ມາຈາກໂຮງໝໍຫົວໃຈ ຮ່າໂນ້ຍ ໄດ້ກວດພະຍາດໃຫ້ແກ່ເດັກນ້ອຍຈໍານວນ 2.800 ຄົນ. ສິ້ນສຸດການກວດພະຍາດ, ມີເດັກນ້ອຍ 37 ຄົນປະສົບກັບຄວາມຫຍຸ້ງຍາກໄດ້ຮັບການບົ່ງຕົວຜ່າຕັດຂໍຄວາມຊ່ວຍເຫຼືອຈາກລາຍການ “ຫົວໃຈໃຫ້ນ້ອງ”, ດ້ວຍຈໍານວນເງິນໜູນຊ່ວຍແມ່ນກວ່າ 2 ຕື້ດົ່ງ.

leftcenterrightdel
ແພດໝໍກວດພະຍາດໃຫ້ຄົນເຈັບຢູ່ແຂວງຟູ໊ອຽນ. ພາບ: ຖຸ່ຍລິງ.

ກ່ອນໜ້ານັ້ນ, ໃນວັນທີ 24-25 ຕຸລາ 2020, ທີ່ໂຮງໝໍແມ່ ແລະເດັກ ຟູ໊ອຽນ, ບັນດາແພດໝໍສະເພາະຂະແໜງຫົວໃຈຊີບພະຈອນ ທີ່ມາຈາກໂຮງໝໍມະຫາວິທະຍາໄລການແພດ-ການຢາ ນະຄອນໂຮ່ຈີມິນ ໄດ້ກວດພະຍາດໂດຍບໍ່ເສຍຄ່າໃຫ້ແກ່ເດັກນ້ອຍຈໍານວນ 1.500 ຄົນ. ພາຍຫຼັງການກວດພະຍາດມີເດັກນ້ອຍ 33 ຄົນປະສົບກັບຄວາມຫຍຸ້ງຍາກໄດ້ຮັບການບົ່ງຕົວຜ່າຕັດຂໍຄວາມຊ່ວຍເຫຼືອຈາກລາຍການ “ຫົວໃຈໃຫ້ນ້ອງ”, ດ້ວຍຈໍານວນເງິນໜູນຊ່ວຍແມ່ນເກືອບ 2 ຕື້ດົ່ງ. 111 ກໍລະນີອື່ນໄດ້ຮັບການບົ່ງມະຕິໃຫ້ຕິດຕາມສຸຂະພາບເພື່ອມີວິທີປິ່ນປົວຢ່າງທັນການ.

leftcenterrightdel
ການກວດພະຍາດໂລກຫົວໃຈມາແຕ່ເກີດ ຢູ່ແຂວງຟູ໊ອຽນ. ພາບ: ຖຸ່ຍລິງ.

ພາຍຫຼັງການກວດພະຍາດໂລກຫົວໃຈຢູ່ແຂວງ ຟູ໊ອຽນ ແລະອຽນບ໊າຍ ແລ້ວ, ລາຍການຈະຈັດຕັ້ງການກວດພະຍາດຢູ່ແຂວງຫາຍຟອງ ໃນວັນທີ 7 ແລະວັນທີ 8 ພະຈິກ ແລະຢູ່ແຂວງເກິນເທີ ໃນວັນທີ 21 ແລະ 22 ພະຈິກ 2020. ລະອຽດຄື: ຢູ່ຫາຍຟອງ: ເວລາ: ວັນທີ 7 ແລະວັນທີ 8 ພະຈິກ 2020. ສະຖານທີ່ກວດ: ສະຖາບັນແພດສາດທະຫານເຮືອ. ຢູ່ແຂວງເກິນເທີ: ເວລາ: ວັນທີ 21 ແລະວັນທີ 22 ພະຈິກ 2020. ສະຖານທີ່: ໂຮງໝໍເດັກ ນະຄອນເກິນເທີ, ເລກທີ 345, ຖະໜົນ ຫງວຽນວັນກື, ຕາແສງ ອານບິ່ງ, ເມືອງ ນຽງກ່ຽວ, ນະຄອນເກິນເທີ.

ການກວດພະຍາດແມ່ນໜຶ່ງໃນບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການກວດພົບ ແລະປິ່ນປົວພະຍາດໂລກຫົວໃຈມາແຕ່ເກີດໃຫ້ເດັກນ້ອຍທຸກຍາກ ເຊິ່ງ Viettel ພ້ອມກັບກອງທຶນສາຍໃຈຫວຽດ ສົມທົບກັບບັນດາໂຮງໝໍ ແລະທ້ອງຖິ່ນຕ່າງໆຜັນຂະຫຍາຍໃນຫຼາຍປີຜ່ານມາ...

ໂດຍ: ໄຊຊະນະ