leftcenterrightdel
ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະປະຕິບັດການແຍກຕົວຕາມຂໍ້ກຳນົດ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນລະຫວ່າງວັນທີ 7-9 ພະຈິກ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ປະຈຳອາເມລິກາ ແລະຍີ່ປຸ່ນ, ບໍລິສັດການບິນແຫ່ງຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຢູ່ປະເທດປະຈຳຖິ່ນຈັດສົ່ງພົນລະເມືອງຫວຽດນາມເກືອບ 360 ຄົນ ກັບເມືອປະເທດດ້ວຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນດ່ານັ້ງ, ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວໄດ້ຮັບການກວດສຸຂະພາບ ແລະປະຕິບັດການແຍກຕົວຕາມຂໍ້ກຳນົດ.

ກໍ່ໃນເຫດການທີ່ກ່ຽວຂ້ອງຕາມເວບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ຂອງວັນທີ 9 ພະຈິກ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 50.719.494 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.261.676 ຄົນ. ອາເມລິກາ ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ແຫຼ່ງຄັດຈາກ: vovworld.vn