ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ດວ່ານຊວນໂບະ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນ ໃຫ້ຮູ້ວ່າ, ນັບແຕ່ຕົ້ນເດືອນຕຸລາ ມາຮອດປັດຈຸບັນ, ບັນດາແຂວງພາກກາງຂອງຫວຽດນາມ ໄດ້ແບກຫາບຜົນຮ້າຍຈາກໄພທໍາມະຊາດຢ່າງລຽນຕິດ. ໄລ່ຮອດວັນທີ 21 ຕຸລາ, ມີຜູ້ເສຍຊີວິດ ແລະຫາຍສາບສູນກວ່າ 100 ຄົນ, ອົບພະຍົບກວ່າ 200.000 ຄົນ, ເນື້ອທີ່ປູກພືດພັນທັນຍາຫານຖືກເສຍຫາຍແມ່ນກວ່າ 7.000 ເຮັກຕາ. ດ້ວຍມູນເຊື້ອຮັກແພງ, ອູ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະກັນ, ໃນຊຸມປີຜ່ານມາ, ໜັງສືພິມກອງທັບປະຊາຊົນ ໄດ້ເອົາໃຈໃສ່ເຖິງການເຄື່ອນໄຫວທາງສັງຄົມເປັນປົກກະຕິ. ພິເສດແມ່ນການກູ້ຊ່ວຍ, ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນໃນທົ່ວປະເທດ.

leftcenterrightdel
ທ່ານພັນເອກພິເສດ ດວ່ານຊວນໂບະ ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນ ຮັບເອົາການສະໜັບສະໜູນຈາກບັນດານັກອຸປະຖໍາ. ພາບ: qdnd.vn.

ທີ່ພິທີດັ່ງກ່າວ, ທ່ານພັນເອກພິເສດ ດວ່ານຊວນໂບະ ຕາງໜ້າໃຫ້ຄະນະພັກ, ຄະນະບັນນາທິການ, ພະນັກງານ, ນັກຮົບ, ນັກຂ່າວ, ຊາວຜູ້ອອກແຮງງານໃນໜັງສືພິມກອງທັບປະຊາຊົນຫວຽດນາມ ແລະປະຊາຊົນຢູ່ພາກກາງ ຂໍສະແດງຄວາມຂອບໃຈມາຍັງບັນດານັກອຸປະຖໍາ, ບັນດາບໍລິສັດ, ກົມກອງ ໄດ້ຕອບສະໜອງລາຍການຢ່າງທັນການ. ທ່ານພັນເອກພິເສດ ດວ່ານຊວນໂບະ ໝັ້ນໝາຍກັບບັນດານັກອຸປະຖໍາວ່າຈະສົມທົບກັບບັນດາອົງການ, ກົມກອງໃນບໍລິເວນເພື່ອນຳເອົາວັດຖຸສິ່ງຂອງທີ່ໄດ້ຮັບບໍລິຈາກມານັ້ນ ໄປມອບໃຫ້ພໍ່ແມ່ປະຊາຊົນຢູ່ພາກກາງໂດຍໂວທີ່ສຸດ.

leftcenterrightdel
ບັນດາສະຫາຍໃນຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ ບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ. ພາບ: qdnd.vn.

ທີ່ພິທີ, ທ່ານພັນເອກພິເສດ ດວ່ານຊວນໂບະ ກໍ່ໄດ້ປຸກລະດົມໃຫ້ພະນັກງານ, ນັກຮົບ, ນັກຂ່າວ, ຊາວຜູ້ອອກແຮງງານຂອງໜັງສືພິມກອງທັບປະຊາຊົນ ດ້ວຍຈິດໃຈເຫຼື້ອມໃສສັດທາຂອງຕົນຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນຢູ່ພາກກາງ.

ໂດຍ: ທູຈາງ