ທ່ານ ຝຸ່ງດຶດຕ໊ຽນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ແບ່ງປັນວ່າ ພວກເຮົາສາມາດເອກອ້າງທະນົງໃຈວ່າ ຂະແໜງກະສິກໍາໄດ້ເສີມຂະຫຍາຍບົດບາດຂອງຕົນແມ່ນເສົາຄໍ້າຊູຂອງພື້ນຖານເສດຖະກິດ, ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນສະຖຽນລະພາບດ້ານການເມືອງ ແລະພັດທະນາເສດຖະກິດ-ສັງຄົມ ໃນໄລຍະເກີດພະຍາດໂຄວິດ-19 ນັບແຕ່ເດືອນກຸມພາ ມາຮອດປັດຈຸບັນ... ຜົນສໍາເລັດນັ້ນແມ່ນມີການປະກອບສ່ວນຂອງລາຍການສໍາຫຼວດ, ຄັດເລືອກ ແລະເຊີດຊູ “ເຄື່ອງໝາຍການຄ້າຄໍາກະສິກໍາຫວຽດນາມ” ໃນຊຸມປີຜ່ານມາ.

leftcenterrightdel
ບັນດາຜູ້ແທນທີ່ພິທີເຊີດຊູ ແລະມອບນາມມະຍົດ “ເຄື່ອງໝາຍການຄ້າຄໍາກະສິກໍາຫວຽດນາມ” ປີ 2020. ພາບ: ຫງວຽນກ໊ຽມ.

ພິທີເຊີດຊູຍັງແມ່ນໂອກາດເພື່ອສົ່ງເສີມ, ລະດົມກໍາລັງໃຈບັນດາທ້ອງຖິ່ນ, ວິສາຫະກິດທີ່ໄດ້ ແລະພວມຕັ້ງໜ້າໜູນຊ່ວຍໃຫ້ຊາວກະສິກອນໃນການຍົກສູງສະມັດຕະພາບ, ຄຸນນະພາບ ກໍ່ຄືການຈໍາໜ່າຍຜະລິດຕະພັນກະສິກໍາຢ່າງມີປະສິດທິຜົນດ້ວຍມູນຄ່າໃຫຍ່ໃນສະພາບທີ່ພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ.

ໂດຍ: ກວຽດເຕິມ