ເພື່ອບັນລຸໄດ້ໝາກຜົນນີ້, Unitel ໄດ້ມີການປ່ຽນແປງຢ່າງຕໍ່ເນື່ອງ, ເປີດກວ້າງຂົງເຂດໃໝ່, ອັບເດັດເຕັກໂນໂລຢີເພື່ອເປັນວິສາຫະກິດນໍາໜ້າຢູ່ສະເໝີ, ໜູນຊ່ວຍລັດຖະບານລາວ ຫັນປ່ຽນດີຈີຕອນ. ສິ່ງເຫຼົ່ານີ້ໄດ້ຮັບການຮັບຮອງຈາກອົງການຈັດຕັ້ງລາງວັນສາກົນ Stevie Awards ອາຊີ - ປາຊີຟິກ ວ່າ Unitel ມີ 2 ລາງວັນດ້ວຍລາຍການ “ປ່ຽນແປງໃໝ່ໃນການບໍລິການບໍລິຫານຂອງລັດ” ແລະ “ປ່ຽນແປງໃໝ່ໃນຜະລິດຕະພັນ, ການບໍລິການສະຫງວນໃຫ້ຜູ້ບໍລິໂພກ” ໃນຕົ້ນເດືອນສິງຫາ.

leftcenterrightdel
ກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ໄດ້ເລືອກເຟັ້ນ Unitel ໃຫ້ຄຳປຶກສາກໍ່ສ້າງບັນດາໂຄງການລັດຖະບານເອເລັກໂຕນິກ, ສາທາລະນະສຸກອັດສະລິຍະ. ພາບ: ລິງຟອງ.

ລະອຽດແມ່ນ, ກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ໄດ້ເລືອກເຟັ້ນ Unitel ໃຫ້ຄຳປຶກສາກໍ່ສ້າງບັນດາໂຄງການລັດຖະບານເອເລັກໂຕນິກ, ສາທາລະນະສຸກອັດສະລິຍະ... ບັນດາຂໍ້ຕົກລົງຮ່ວມມືນີ້ນອນໃນຂອບຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດຂອງລາວ ໂດຍກະຊວງວິທະຍາສາດ ແລະເຕັກໂນໂລຢີເປັນປະທານ.

ຕາມທ່ານ ລຶວແມ້ງຮ່າ ຜູ້ອໍານວຍການໃຫຍ່ບໍລິສັດ Unitel ແລ້ວ: “ດ້ວຍບັນດາທ່າໄດ້ປຽບກ່ຽວກັບການຫັນປ່ຽນດີຈີຕອນຢູ່ຫວຽດນາມ ແລະບັນດາປະເທດພັດທະນາ, ຄື: ເປຣູ, Unitel ມີບັນດາແຫຼ່ງກໍາລັງຄຸນນະພາບສູງເພື່ອນຳມາເຊິ່ງກາລະໂອກາດພັດທະນາໃນອະນາຄົດຢູ່ລາວ ກໍ່ຄືການດຳລົງຊີວິດອັນດີງາມກວ່າໃຫ້ປະຊາຊົນປະເທດເພື່ອນມິດລາວ.

ດ້ວຍການຮັບຮອງຂອງອົງການຈັດຕັ້ງທີ່ມີອິດທິພົນຊື່ສຽງສາກົນ, Unitel ເຊື່ອໝັ້ນຈະນັບມື້ນັບໄດ້ຮັບຄວາມເຊື່ອໝັ້ນຈາກລັດຖະບານປະເທດປະຈຳຖິ່ນ ແລະມອບຫຼາຍໜ້າທີ່ສຳຄັນໃຫ້ແກ່ການຫັນປ່ຽນດີຈີຕອນແຫ່ງຊາດຂອງລາວ ໃນອະນາຄົດ.

ໂດຍ: ເຈິ່ນຮວ່ຽນ