ຫວຽດນາມ ກໍ່ກ້າວເຂົ້າມືື້ທີ 8 ແລ້ວທີ່ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນຊຸມຊົນ ແລະປະຈຸບັນ, ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19 ຫາຍດີ 890 ຄົນແລ້ວ, ມີ 35 ຄົນເສຍຊີວິດຍ້ອນໂຄວິດ-19.

leftcenterrightdel
ຮອດເວລາ 6 ໂມງເຊົ້າວັນທີ 10 ກັນຍາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່. ພາບ: vov.vn

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 10 ກັນຍາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດແມ່ນ 28.014.428 ຄົນ, ໃນນັ້ນ ມີ 907.276 ຄົນເສຍຊີວິດ. ປະຈຸບັນມີກ່ວາ 20.089.045 ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະມີກ່ວາ 7 ລ້ານຄົນຍັງປິ່ນປົວຢູ່.

ປະຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກໜ່ວງທີ່ສຸດ, ຖັດມາແມ່ນປະເທດ ບຣາຊິນ ແລະອິນເດຍ.

ແຫຼ່ງຄັດຈາກ: vovworld.vn