ໃນຈໍານວນນີ້, ມີ 28% ສໍາເນົາເອກະສານຜະລິດຕະພັນທີ່ມາຈາກຫວຽດນາມ, 72% ມາຈາກ 10 ປະເທດ ແລະເຂດແຄວ້ນໃນໂລກ ຄື: ເປຣູ, ກໍາປູເຈຍ, ມຽນມາ, ຕານຢານີ, ໂມຊໍາບິກ, ຕີມໍແລັດສເຕ, ໄຮຕີ, ບູຣຸນດີ, ລາວ, ກາເມຣຸນ... ເກືອບ 70% ສໍາເນົາເອກະສານຈົດທະບຽນເຂົ້າຮ່ວມງານປະກວດແມ່ນສຸມໃສ່ບັນດາຂົງເຂດຈຸດສຸມເພື່ອພັດທະນາເສດຖະກິດດີຈີຕອນຢູ່ ຫວຽດນາມ, ໃນນັ້ນ: ການຄົມມະນາຄົມ - logistic 10%; ກະສິກໍາ 10%; ພະລັງງານ 8%; ການສຶກສາ 10%; ການເງິນ-ທະນາຄານ 9,6%; ສາທາລະນະສຸກ 8%...

leftcenterrightdel
ຜູ້ຕາງໜ້າຄະນະຈັດຕັ້ງ ແລກປ່ຽນຄວາມເຫັນທີ່ພິທີປຸກລະດົມງານປະກວດ. ພາບ: ວັນຟອງ.

ງານປະກວດຊອກຫາມາດຕະການຫັນປ່ຽນດີຈີຕອນແຫ່ງຊາດ ແມ່ນໂອກາດເພື່ອໃຫ້ບັນດາ start-up ຊອກຫາໂອກາດເປີດກວ້າງຕະຫຼາດດ້ວຍພື້ນຖານແມ່ນບັນດາກຸ່ມບໍລິສັດເຕັກໂນໂລຢີ-ອຸດສາຫະກໍາໃຫຍ່ທີ່ສຸດຢູ່ຫວຽດນາມ, ໄດ້ຮັບການໃຫ້ຄໍາປຶກສາ, ຮ່ວມມືຈາກບັນດານັກລົງທຶນພາຍໃນ ແລະຕ່າງປະເທດ.

ຄະນະຈັດຕັ້ງ ສືບຕໍ່ຮັບສໍາເນົາເອກະສານເຂົ້າຮ່ວມງານປະກວດ ຈົນເຖິງວັນທີ 25 ກັນຍາ 2020. ທີມໃດຍາດໄດ້ລາງວັນທີ 1 ຈະໄດ້ຮັບເງິນສົດແມ່ນ 200 ລ້ານດົ່ງ. ທີມໃດຍາດໄດ້ລາງວັນທີ 2 ແລະທີ 3 ຈະໄດ້ຮັບເງິນສົດ 100 ລ້ານດົ່ງ ແລະ 50 ລ້ານດົ່ງ.

ໂດຍ: ໄຊຊະນະ