ບັນດາຜະລິດຕະພັນຂອງ Viettel ເຊິ່ງຄະນະຈັດຕັ້ງໄດ້ຄັດເລືອກ ແລະມອບລາງວັນລ້ວນແຕ່ນອນໃນບັນດາຂົງເຂດຄື: ການສຶກສາ, ການເງິນເອເລັກໂຕນິກ, ລັດຖະບານເອເລັກໂຕນິກ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ... 

ໃນການເຂົ້າຮ່ວມງານແຂ່ງຂັນຄັ້ງຕ່າງໆ, Viettel ຍາດໄດ້ທັງໝົດ 21 ລາງວັນທີ່ສໍາຄັນ ແລະແມ່ນວິສາຫະກິດຫວຽດນາມ ນໍາໜ້າ ກໍ່ຄືມີຫຼາຍຜົນງານສູງຢູ່ທີ່ນີ້. ທີ່ການແຂ່ງຂັນປີນີ້, Viettel ຍັງໄດ້ຮັບການເຊີດຊູແມ່ນໜຶ່ງໃນບັນດາວິສາຫະກິດມີຜະລິດຕະພັນຍາດໄດ້ລາງວັນຫຼາຍທີ່ສຸດ.

leftcenterrightdel
Viettel ຍາດໄດ້ຫຼາຍລາງວັນທີ່ງານແຂ່ງຂັນເຕັກໂນໂລຢີຂໍ້ມູນຂ່າວສານໂລກ 2020. ພາບ: qdnd.vn.

ໃນຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, Viettel ຍາດໄດ້ລາງວັນຄໍາດ້ວຍຜະລິດຕະພັນ “ລະບົບຄຸ້ມຄອງ roaming ຢູ່ເຂດຊາຍແດນ”. ນີ້ແມ່ນຜະລິດຕະພັນທີ່ອະນຸຍາດໃຫ້ Viettel ພຽງແຕ່ຜັນຂະຫຍາຍເຊີເວີຢູ່ປະເທດໜຶ່ງ ແຕ່ຍັງສາມາດ roaming ເບີໂທລະສັບທັງໝົດຢູ່ປະເທດອື່ນໆ...

ໂດຍ: ເກື່ອງດັ້ງ