leftcenterrightdel
Viettel ມີເຄືອຂ່າຍ 4G ດີທີ່ສຸດຢູ່ຫວຽດນາມ. ພາບ: zingnews.vn.

ຕາມນັ້ນແລ້ວ, ເຄືອຂ່າຍ 4G ຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ລ້ວນແຕ່ມີຄຸນນະພາບດີກວ່າເມື່ອທຽບໃສ່ມາດຕະຖານທັງໝົດຂອງຕົວຊີ້ວັດ ແລະລະດັບຄວາມໄວໃນການດາວໂຫຼດໄວກວ່າເມື່ອທຽບໃສ່ບໍລິການ 4G ຂອງບໍລິສັດໂທລະຄົມມະນາຄົມອື່ນໆ.

ລະອຽດ, ລະດັບຄວາມໄວໃນການດາວໂຫຼດຂໍ້ມູນຂ່າວສານຂອງ Viettel ຢູ່ຮ່າໂນ້ຍ, ຫ໋າຍຟ່ອງ ສະເລ່ຍແລ້ວແມ່ນບັນລຸກວ່າ 70 Mbit/ວິນາທີ ແລະຢູ່ຫ໋າຍເຢືອງ ແລະຮືງອຽນ ແມ່ນກວ່າ 90 Mbit/ວິນາທີ. ລະດັບຄວາມໄວອັບໂຫຼດຂໍ້ມູນຂ່າວສານຂອງ Viettel ຢູ່ບັນດາທ້ອງຖິ່ນດັ່ງກ່າວສະເລ່ຍແລ້ວແມ່ນບັນລຸ 30-35 Mbit/ວິນາທີ.

ໂດຍ: ກວຽດເຕິມ