leftcenterrightdel
ລູກຄ້ານໍາໃຊ້ບໍລິການຂອງ Viettel. ພາບ: ວັນຝອງ.

ເພື່ອສະເຫຼີມສະຫຼອງ 1 ປີແຫ່ງການເປີດຕົວ, Viettel ++ ຕອບບຸນແທນຄຸນລູກຄ້າດ້ວຍ 2 ລາຍການໃຫຍ່. ນັ້ນແມ່ນແຜນການໂຮມເຂົ້າກັນ, ຫັນ Viettel ++ ເປັນເຄື່ອງມືດຸແລລູ້ກຄ້າເປັນຕົວແທນໃຫ້ບັນດາບໍລິສັດສະມາຊິກ Viettel ທັງໝົດທີ່ເຄື່ອນໄຫວ ໃນບັນດາຂົງເຂດທີ່ແຕກຕ່າງກັນ, ເຊິ່ງລວມມີ: Viettel Telecom (ຂົງເຂດໂທລະຄົມມະນາຄົມ), Viettel Media (ຂົງເຂດສື່ມວນຊົນ), ບໍລິສັດຂາເຂົ້າ-ຂາອອກ (ສະໜອງອຸປະກອນໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານ), Viettel Post (ຂົງເຂດໄປສະນີ) ແລະຈະເປີດກວ້າງທຸກກົມກອງສະມາຊິກຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ເທື່ອລະກ້້າວ, ຊ່ວຍໃຫ້ລູກຄ້າເຂົ້າໃຈແຈ້ງກວ່າກ່ຽວກັບລະບົບຊີວະພາບຂອງ Viettel.

ດ້ວຍການປ່ຽນແປງນີ້, ລູກຄ້ານໍາໃຊ້ຜະລິດຕະພັນ, ການບໍລິການຂອງບັນດາກົມກອງສະມາຊິກໃນກຸ່ມບໍລິສັດຈະໄດ້ບວກຄະແນນໃຊ້ສອຍລວມຂອງລາຍການ Viettel++. ລູກຄ້ານໍາໃຊ້ຄະແນນບວກນີ້ສາມາດປ່ຽນເອົາບຸລິມະສິດໂທລະຄົມມະນາຄົມ ຫຼື ບຸລິມະສິດນອກໂທລະຄົມມະນາຄົມໂດຍບັນດາກົມກອງສະມາຊິກໃນກຸ່ມບໍລິສັດກໍ່ຄືບັນດາຄູ່ຮ່ວມມືຮ່ວມສຳພັນນອກກຸ່ມບໍລິສັດສະໜອງໃຫ້.

ຜູ້ຕາງໜ້າ Viettel ໃຫ້ຮູ້ວ່າ ແຜນການທ້ອນໂຮມເຄື່ອງມືດຸແລລູກຄ້າຂອງ Viettel ພາຍຫຼັງ 1 ປີທີ່ຜັນຂະຫຍາຍ Viettel++ ອີກເທື່ອໜຶ່ງໄດ້ສ້າງເປັນການປະຕິວັດໃໝ່ກ່ຽວກັບການດຸແລລູກຄ້າຢູ່ຫວຽດນາມ, ພ້ອມທັງສອດຄ່ອງກັບທ່າອ່ຽງຫັນປ່ຽນດີຈີຕອນເຊິ່ງ Viettel ກໍາລັງຜັນຂະຫຍາຍເພື່ອດູແລລູກຄ້າໃຫ້ຮອບດ້ານທີ່ສຸດ.

ໂດຍ: ໄຊນີດາ