ນີ້ແມ່ນການແຂ່ງຂັນສໍາລັບບັນດາບຸກຄົນ, ວິສາຫະກິດໃນທົ່ວໂລກ. Viet Solutions 2020 ມີເປົ້າໝາຍຊອກຫາບັນດາມາດຕະການປະດິດສ້າງ, ຊ່ວຍແກ້ໄຂບັນດາບັນຫາສັງຄົມ, ປະກອບສ່ວນປະຕິບັດຍຸດທະສາດຫັນເປັນປະເທດດີຈີຕອນ. ການແຂ່ງຂັນດັ່ງກ່າວແມ່ນມຸ່ງໄປເຖິງຊອກຫາບັນດາຜະລິດຕະພັນ, ການໝູນໃຊ້ຢ່າງມີຫົວຄິດປະດິດສ້າງໃນບັນດາຂົງເຂດໂທລະຄົມມະນາຄົມ, ສາທາລະນະສຸກ, ການສຶກສາ, ການເງິນ-ທະນາຄານ, ກະສິກໍາ, ຄົມມະນາຄົມຂົນສົ່ງ, logistics, ພະລັງງານ...

leftcenterrightdel
ບັນດາຜູ້ແທນທີ່ພິທີປຸກລະດົມການແຂ່ງຂັນ. ພາບ: ເຈິ່ນທໍ້.

ທີມຮັບລາງວັນທີໜຶ່ງຈະໄດ້ຮັບເງິນສົດ 200 ລ້ານດົ່ງ. ທີມຮັບລາງວັນທີສອງ ແລະທີສາມຈະໄດ້ຮັບເງິນສົດ 100 ລ້ານດົ່ງ ແລະ 50 ລ້ານດົ່ງຕາມລຳດັບ. ພ້ອມກັນນັ້ນ, ບັນດາທີມກໍ່ໄດ້ມີໂອກາດເຊັນສັນຍາຮ່ວມມືດໍາເນີນທຸລະກິດກັບກຸ່ມບໍລິສັດ Viettel. Viettel ໃຫ້ຄໍາໝັ້ນສັນຍາອຸຖະທໍາຄ່າໃຊ້ຈ່າຍ100% ເພື່ອໃຫ້ 3 ທີມຊະນະດັ່ງກ່າວເຂົ້າຮ່ວມການແຂ່ງຂັນ Cup C1 Start-up ເຊິ່ງຈັດຕັ້ງຢູ່ອາເມລິກາ ດ້ວຍລາງວັນທີ່ມີມູນຄ່າ 50.000 ໂດລາສະຫະລັດ ຫຼືເຂົ້າຮ່ວມກອງປະຊຸມ Seris GSMA ໂລກ (MWC) 2021 ຢູ່ Barcelona. ຄາດຄະເນວ່າ Viet Solutions ໂດຍກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລະ Viettel ສົມທົບກັນຈະຈັດຕັ້ງໃນແຕ່ລະປີ.

ໂດຍ: ເກື່ອງດັ້ງ