ສອງເຫດຜົນຕົ້ນຕໍ

ຫວ່າງມໍ່ໆມານີ້, ບົດຂຽນລົງໃນໜັງສືພິມ Gulf Times ໃຫ້ຮູ້ວ່າ ທະນາຄານແຫ່ງຊາດກາຕາ (QNB) ຕີລາຄາພື້ນຖານເສດຖະກິດຫວຽດນາມວ່າ ແມ່ນອົງອາດກ້າແກ່ນ ແລະຍັງຄົງແມ່ນ “ມັງກອນທີ່ກໍາລັງພົ້ນເດັ່ນຂຶ້ນ” ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19. ໃນຊຸມປີຜ່ານມາ, ເສດຖະກິດຫວຽດນາມເຕີບໂຕຢ່າງສະໝໍ່າສະເໝີ ແລະມີອັດຕາສ່ວນເງິນເຟີ້ຢູ່ໃນລະດັບຕໍ່າ ສ່ວນຫຼາຍແມ່ນຍ້ອນຄວາມມານະພະຍາຍາມປະຕິຮູບຂອງລັດຖະບານ. QNB ຄາດຄະເນວ່າ ພື້ນຖານເສດຖະກິດຫວຽດນາມຈະຟື້ນຟູໄວກວ່າເມື່ອທຽບໃສ່ປະເທດອື່ນເກືອບທັງໝົດຍ້ອນສອງເຫດຜົນຕົ້ນຕໍ. ທີໜຶ່ງ, ຫວຽດນາມ ໄດ້ຜ່ອນຜັນບັນດາມາດຕະການເວັ້ນໄລຍະຫ່າງທາງສັງຄົມ. ເລື່ອງສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2 ສໍາເລັດນັ້ນໄດ້ເອື້ອອຳນວຍໃຫ້ຫວຽດນາມເປີດປະຕູໂຮງຮຽນ ແລະບັນດາວິສາຫະກິດ. ການໄປມາຫາສູ່ກັນລະຫວ່າງທ້ອງຖິ່ນຕ່າງໆກໍ່ໄດ້ຮັບການຟື້ນຟູ, ໃນນັ້ນມີບັນດາຖ້ຽວບິນພາຍໃນປະເທດ. QNB ຢັ້ງຢືນວ່າ “ຂໍ້ມູນໂທລະສັບມືຖືນັບທັງຈາກ Apple ແລະ Google ລ້ວນແຕ່ສະແດງໃຫ້ເຫັນວ່າ ຫວຽດນາມແມ່ນໜຶ່ງໃນຈໍານວນໜ້ອຍປະເທດຢູ່ໃນໂລກມີບັນດາການເຄື່ອນໄຫວຟື້ນຟູເປັນປົກກະຕິຄືນໃໝ່”. ທີສອງ, ເລື່ອງເພີ່ມທະວີບັນດາລະບົບສະໜອງຈະມີຜົນປະໂຫຍດຕໍ່ກັບຫວຽດນາມ. ຕາມ QNB ແລ້ວ, ບັນດາການປະຕິຮູບທີ່ເປັນມິດກັບຕະຫຼາດ ແລະເລື່ອງນັບມື້ນັບເຂົ້າຮ່ວມສັນຍາການຄ້າເສລີສະບັບຕ່າງໆນັ້ນໄດ້ຊ່ວຍໃຫ້ຫວຽດນາມ “ລື່ນກາຍ” ກ່ຽວກັບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI).

leftcenterrightdel
ຖະໜົນຫົນທາງຢູ່ຮ່າໂນ້ຍ ຄັບຄາໜາແໜ້ນພາຍຫຼັງການຍົກເລີກຄໍາສັ່ງເວັ້ນໄລຍະຫ່າງທາງສັງຄົມ. ພາບ: CNN.

“ປະກົດການ”

ເມື່ອເນັ້ນໜັກເຖິງຜົນສໍາເລັດໃນການຮັບມືກັບພະຍາດໂຄວິດ-19 ໄດ້ຊ່ວຍຫວຽດນາມ ກັບຄືນສູ່ສະພາບປົກກະຕິໂດຍໄວ, ຫວ່າງມໍ່ໆມານີ້, ບົດຂຽນທີ່ລົງໃນໜັງສືພິມ The Times of India ໄດ້ໃຫ້ຂໍ້ສັງເກດວ່າ ປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ນີ້ສາມາດຮັບເອົາກະແສເງິນລົງທຶນກ້ອນໃຫຍ່ກວ່າເມື່ອບັນດາບໍລິສັດນາໆຊາດຊອກຫາວິທີການປັບປຸງລະບົບສະໜອງຂອງຕົນຄືນໃໝ່. ໜັງສືພິມ The Times of India ໃຫ້ຮູ້ວ່າ ທະນາຄານ HSBC ຕີລາຄາວ່າ ຫວຽດນາມໄດ້ກາຍເປັນ “ປະກົດການ” ກ່ຽວກັບການຄວບຄຸມພະຍາດໂຄວິດ-19 ແລະພື້ນຖານເສດຖະກິດໄດ້ເປັນຢ່າງດີ.

ໃນຂະນະນັ້ນ, ຕາມໜັງສືພິມ Bloomberg ແລ້ວ, ເຖິງວ່າພື້ນຖານເສດຖະກິດທີ່ອີງໃສ່ການສົ່ງອອກຂອງຫວຽດນາມ ຖືກຜົນສະທ້ອນຍ້ອນພະຍາດໂຄວິດ-19 ເຮັດໃຫ້ລະບົບສະໜອງທົ່ວໂລກຖືກຕັດຂາດ ແລະຄວາມຕ້ອງການບໍລິໂພກຫຼຸດລົງກໍ່ຕາມ, ແຕ່ ຫວຽດນາມ ຍັງຄົງຈະແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດບັນລຸໝາກຜົນທີ່ດີຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນປີນີ້. ບົດຂຽນຂອງໜັງສືພິມ Bloomberg ໄດ້ຢໍ້າຄືນບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃນເດືອນພຶດສະພາ ຜ່ານມາ, ຕາມນັ້ນແລ້ວ, ຫວຽດນາມໄດ້ວາງເປົ້າໝາຍເຕີບໂຕເສດຖະກິດ 5% ໃນປີ 2020.

ກອງທຶນເງິນຕາສາກົນ (IMF) ໄດ້ຕີລາຄາກ່ຽວກັບແງ່ຫວັງຟື້ນຟູເສດຖະກິດຂອງຫວຽດນາມວ່າແມ່ນ  “ພົ້ນເດັ່ນ” ເມື່ອຜ່ອນຜັນບັນດາມາດຕະການເວັ້ນໄລຍະຫ່າງທາງສັງຄົມ, ບັນດາວິສາຫະກິດໄດ້້້ເຊື່ອມຕໍ່ການເຄື່ອນໄຫວຄືນໃໝ່ ແລະຜູ້ບໍລິໂພກເລີ່ມໄປຊື້ເຄື່ອງຂອງ, ເຂົ້າມາຮ້ານອາຫານຄືແຕ່ກ່ອນແລ້ວ. IMF ຢືນຢັນໃນບົດຂຽນທີ່ລົງໃນເວັບໄຊຂອງຕົນວ່າ “ໄດ້ມີບັນດາສັນຍານບົ່ງບອກກ່ຽວກັບການຟື້ນຟູຢູ່ພາຍໃນປະເທດ ເມື່ອລາຍຮັບຈາກການຂາຍຍ່ອຍ ແລະການຜະລິດອຸດສາຫະກໍາເພີ່ມຂຶ້ນຄືນໃໝ່ເມື່ອທຽບໃສ່ລະດັບຕໍ່າໃນໄລຍະທີ່ປະຕິບັດການເວັ້ນໄລຍະຫ່າງທາງສັງຄົມ”.

ໂດຍ: ທູຈາງ